ອົງການກວດສອບແຫ່ງລັດຮ່ວມມືການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ຂໍ້ມູນຖືກຕ້ອງໂປ່ງໃສ

- 305225106 127695586674740 294950707770547773 n - ອົງການກວດສອບແຫ່ງລັດຮ່ວມມືການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ຂໍ້ມູນຖືກຕ້ອງໂປ່ງໃສ
- kitchen vibe - ອົງການກວດສອບແຫ່ງລັດຮ່ວມມືການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ຂໍ້ມູນຖືກຕ້ອງໂປ່ງໃສ

ວັນທີ 5 ກັນຍາ 2022 ຜ່ານມານີ້ ທະນາຄານແຫ່ງ ສປປ ລາວ ເຊັນບົດບັນທຶກການປະສານງານກັບອົງການກວດສອບແຫ່ງລັດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງ ສູນກາງພັກ, ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໂດຍມີຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານອົງການ ກວດສອບແຫ່ງລັດ, ຕາງໜ້າອົງການກວດສອບແຫ່ງລັດ, ທະນາຄານແຫ່ງ ສປປ ລາວ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ບົດບັນທຶກການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ ແມ່ນສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານ ກ່ຽວກັບການເຄື່ອນໄຫວວຽກງານ ລະຫວ່າງ ອົງການກວດສອບ ແຫ່ງລັດ ແລະ ທະນາຄານແຫ່ງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ດຍສະເພາະການປະສານສົມທົບໃນການສະໜອງຂໍ້ມູນ, ຫຼັກຖານການກວດສອບ, ການນຳເນີນການກວດສອບໃຫ້ມີຄວາມໂລ່ງລ່ຽນ, ຖືກຕ້ອງ, ຄົບຖ້ວນ, ທັນຕາມກຳນົດເວລາ ແລະ ສອດຄ່ອງຕາມມາດຕະຖານການກວດສອບແຫ່ງລັດ ເພື່ອເຮັດໃຫ້ການກວດສອບ ແລະ ການແກ້ໄຂຜົນການກວດສອບ ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະເມີດວິໄນແຜນການ-ການເງິນ, ຍົກສູງການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ການຄຸ້ມຄອງສະຖາບັນການເງິນ ແລະ ລະບົບການຊຳລະ ໃຫ້ມີສະຖຽນລະພາບ, ມີຄວາມໝັ້ນຄົງ, ມີຄວາມຄ່ອງຕົວ, ໂປ່ງໃສ, ປະຢັດ, ມີປະສິດທິພາບ ແລະ ປະສິດທິຜົນ.

ພ້ອມກັນນັ້ນ ບົດບັນທຶກສະບັບນີ້ ຍັງເປັນບ່ອນອີງ ໃນການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໂດຍສະເພາະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ການ, ການເຂົ້າຮ່ວມການຝຶກອົບຮົມ, ການສຳມະນາ ແລະ ກອງປະຊຸມຕ່າງໆ ທີ່ແຕ່ລະຝ່າຍຈັດຂຶ້ນ.

- 4 - ອົງການກວດສອບແຫ່ງລັດຮ່ວມມືການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ຂໍ້ມູນຖືກຕ້ອງໂປ່ງໃສ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!