ໃນເດືອນສິງຫາ ສປ ຈີນ ມີຍອດການສົ່ງອອກລົດໄຟຟ້າ 83.000 ຄັນ ເພີ່ມຂຶ້ນ 82,3%


ຕາມຂ່າວຈາກຊິນຮົວ ວັນທີ 9 ກັນຍາ 2022 ນີ້ ນີ້ໃຫ້ຮູ້ວ່າ: ສະມາຄົມຜູ້ຜະລິດລົດແຫ່ງປະເທດຈີນ(CAAM) ເປີດເຜີຍການສົ່ງອອກລົດຂອງຈີນໃນເດືອນສິງຫາຜ່ານມາເພີ່ມຂຶ້ນ 65%ເມື່ອທຽບໃສ່ປີຕໍ່ປີ ເຮັດສະຖິຕິສູງສຸດເປັນປະຫວັດສາດ.
ຈີນ ສົ່ງອອກລົດ ບັນລຸ 308.000 ຄັນ ໃນເດືອນສິງຫາ ເພີ່ມຂຶ້ນ 6,2% ຈາກເດືອນກ່ອນ ແລະ ນັບເປັນຄັ້ງທຳອິດທີ່ຍອດສົ່ງອອກລາຍເດືອນ ສູງກວ່າ 300.000ຄັນ ໂດຍແບ່ງເປັນ ການສົ່ງອອກ ລົດແບບນັ່ງ ສ່ວນບຸກຄົນ 260.000ຄັນ ເພີ່ມຂຶ້ນ 68,7% ເມື່ອທຽບໃສ່ປີກາຍ ແລະ ເພີ່ມຂຶ້ນ 7,6%ເມື່ອທຽບໃສ່ ເປັນລາຍເດືອນ.
ການຂະຫຍາຍຕົວຂອງລົດພະລັງງານໃໝ່ເປັນຈຸດເດັ່ນໃນພາກການສົ່ງອອກລົດຈີນດ້ວຍຍອດ ການສົ່ງອອກ 83.000 ຄັນ ໃນເດືອນສິງຫາ ເພີ່ມຂຶ້ນ 82,3%ເມື່ອທຽບໃສ່ຕໍ່ປີ ແລະ ເພີ່ມຂຶ້ນ 53,6 ເມື່ອທຽບໃສ່ຕໍ່ເດືອນອີກທັງເພີ່ມເກືອບ 2ເທົ່າ ເມື່ອທຽບໃສ່ປີຕໍ່ປີ ໃນໄລຍະ 8 ເດືອນທຳອິດຂອງປີນີ້ ລະດັບ 340.000ຄັນ.
ສຳລັບ ການສົ່ງອອກລົດຂອງຈີນໃນເດືອນກໍລະກົດ ຫາສິງຫາເພີ່ມຂຶ້ນ 52,8% ເມື່ອທຽບໃສ່ ປີກາຍ ຢູ່ລະດັບ1,82 ລ້ານຄັນ.
ຂ່າວ: ຂປລ