ດິມິຕຣອຟ ຊະນະ ຄີກອສ 2-0 ເຊັດ ຄວ້າແຊ໊ມເຕັນນິສ ຊິນຊິນເນຕິ ມາຄອງຢ່າງຍິ່ງໃຫຍ່
August 21, 2017 - 4:30 PM

ການແຂ່ງຂັນເຕັນນິສ ເອ ທີພີທົວ ມາສເຕີ 1000 ລາຍ ການ ແລະ ດັບເບິລຢູທີເອທົວ ລາຍການ ເວສເທິນ ແອນ ເຊົນເທິນ ໂອເພນ ທີ່ເມືອງຊິນ ຊິນເນຕິ ລັດໂອໄຮໂອ ສະຫະ ລັດ ອາເທຣິກາ ປະເພດຊາຍ ດ່ຽວຮອບຊີງຊະນະເລີດ ກຣິກໍ ດິມິຕຣອຟ ມື 7 ຂອງລາຍ ການຈາກ ບັລແກເຣຍ ເອົາຊະ ນະ ນິກ ຄີກອສ ຈາກ ອອສ ເຕຣເລຍ 6-3, 6-7. ຄວ້າ ແຊ໊ມລາຍການທີ 7 ໃນການ ຫຼິ້ນອາຊີບ ແຕ່ເຮົາລາຍການ ຍິງໃຫຍ່ສຸດໃນຊີວິດ.
ດິມິຕຣອຟ ທີ່ບໍ່ເສຍເຊັດ ຕະຫຼອດທົວນາເມນ ເປັນຄົນ ທຳອິດທີ່ເຮັດໃນລາຍການລະດັບມາສເຕີ 1000 ນັບແຕ່ ໂນ ວັກ ຢໍໂຄວິດ ທີ່ຄວ້າແຊ໊ມທີ່ ໄມອາມີ ເມື່ອປີ 2007 ກ່າວ ວ່າ: “ຂ້ອຍມີຄວາມສຸກຫຼາຍ ແທ້ໆບໍ່ຮູ້ຈະເວົ້າແນວໃດ ຂ້ອຍ ພຽງມີຄວາມສຸກຫຼາຍມັນເປັນ ແຊ໊ມມາສເຕີ 1000 ລາຍ ການຄັ້ງທຳອິດຂອງຂ້ອຍ”.