ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ

- dFQROr7oWzulq5Fa5x9KJZGEQo6jZQg3QdBWjy51tG7FMG2xHJ25GsXcOjzpGgKZB5v 1 - ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ
- kitchen vibe - ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ

- dFQROr7oWzulq5Fa5x9KJZGEQo6jZQg3QdBWjy51tG7FMG2xHJ25GsXcOjzpGgKZB5v 1 - ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ

ສະຖິຕິສຸດໂຫດກັບການເປີດຄ່າສະເລ່ຍຂອງ ເອີລິງ ຮາແລນ ດາວຍິງຄົນເກ່ັງປະຈຳທີມຂອງ ແມນເຊສເຕີ ຊິຕີ ຫລັງຍິງໄປແລ້ວເຖິງ 26 ປະຕູ ຈາກການລົງຫລິ້ນພຽງ 21 ນັດໃນ ແຊ໊ມປຽນ ລີກ.

- Visit Laos Visit SALANA BOUTIQUE HOTEL - ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ

ຄວາມເຄື່ອນໄຫວຫລັງຈາກທີ່ ແມນເຊສເຕີ ຊິຕີ ທີມດັງແຫ່ງພຣີເມຍລີກ ອັງກິດ ພາຍໃຕ້ການນຳທີມຂອງ ເປບ ກວາດີໂອລາ ຜູ້ຈັດການທີມສະເປນ ນຳທີມເປີດສະໜາມ ເອຕິຮັດ ເອົາຊະນະ ໂບຣຸສເຊຍ ດອດມຸນ ສະໂມສອນຊັ້ນນຳແຫ່ງເວທີ ບຸນເດສລີກາ ເຢຍລະມັນ ທີ່ມີ ເອດິນ ເທີຊິສ ຄຸມສະໂມສອນຢູ່ 2-1 ໃນລາຍການໃຫຍ່ ຢູຟາ ແຊ໊ມປຽນ ລີກ 2022-23 ຮອບແບ່ງກຸ່ມ ກ່ມ G ເມື່ອຄຳ່ຄືນທີ່ຜ່ານມາ.

ເກມດັ່ງກ່າວ ແມນເຊສເຕີ ຊິຕີ ໄດ້ 2 ປະຕູຈາກ ຈອນ ສະໂຕນ ນາທີ 80 ແລະ ເອີລິງ ຮາແລນ ນາທີ 84 ສ່ວນທີມຢາມ ໄດ້ປະຕູດຽວຈາກ ຈູດ ເບລລິງແຮມ ນາທີ 56 ເຮັດໃຫ້ເຈົ້າຖິ່ນມີ 6 ຄະແນນເຕັມຈາກ 2 ນັດ ສ່ວນທີມຄູ່ແຂ່ງເສຍນັດນີ້ມີ 3 ຄະແນນ ຈາກ 2 ນັດ.

ທັງນີ້ ປະຕູໄຊຂອງ ຮາແລນ ເຮັດໃຫ້ຍອດລວມຂອງຕົນເອງເພີ່ມໄປທີ່ 26 ປະຕູແລ້ວໃນລາຍການ ຢູຟາ ແຊ໊ມປຽນລີກ ໂດຍມາຈາກການລົງສະໜາມພຽງ 21 ນັດເທົ່ານັ້ນ ໂດຍທີ່ດາວຍິງອາຍຸ 22 ປີ ມີຄ່າສະເລ່ຍການຍິງປະຕູ 1 ປະຕູຢູ່ທີ່ ທຸກ 62 ນາທີ ເຊິ່ງຖືກເປັນສະຖິຕິອັນສຸດຍອດຫລາຍ ທັງນີ້ ເຖິງວ່າປະຕູຂອງລາວ 26 ປະຕູ ຈະຍັງຫ່າງໄກຈາກຕົວເລກ 140 ປະຕູຂອງ ຄຣິສຕຽນໂນ ໂຣນັລໂດ ແຕ່ຫາກເບິ່ງຈາກອາຍຸຂອງ ຮາແລນ ລວມເຖິງຫາກຍັງສາມາດສະແດງຜົນງານເກ່ັງ ແບບນີ້ໄວ້ໄດ້ກໍມີໂອກາດທີ່ທຳລາຍສະຖິຕິໄດ້ຄືກັນ.

- 3 - ສະຖິຕິສຸດໂຫດ ຂອງ ຮາແລນ ຫລັງຍິງໄປ 26 ໜ່ວຍຈາກ 21 ນັດໃນແຊ໊ມປຽນລີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!