ນາຍົກລັດຖະມົນຕີ ຕ້ອນຮັບຮອງປະທານສະພາ ທີ່ປຶກສາການເມືອງ ສປ ຈີນ ເນື່ອງໃນໂອກາດເດີນທາງມາ ເປີດພິທີໂຄງການຊ່ວຍເຫລືອຜ່າຕັດແກ່ນຕາຂຸ້ນ ຢູ່ ສປປ ລາວ
September 16, 2022 - 9:07 AM
ວັນທີ 15 ກັນຍາ 2022 ນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫລຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ປຶກສາການເມືອງແຫ່ງ ສປ ຈີນ ປະທານມູນນິທິ GX FOUNDA TION ຮົງກົງ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາ ເປີດພິທີໂຄງການຊ່ວຍເຫລືອຜ່າຕັດແກ່ນຕາຂຸ້ນ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວວຽກງານຂອງ ທ່ານ ຫລຽງ ເຈິນ ຢິ່ງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ລາວ-ຈີນ ເວົ້າລວມ ເວົ້າສະ ເພາະແມ່ນ ສປປ ລາວ ກັບ ຮົງກົງ ໃຫ້ມີບາດກ້າວໃໝ່ທີ່ເລິກເຊິ່ງ ແລະ ກວ້າງຂວາງຍິ່ງຂຶ້ນ. ພ້ອມນີ້, ທ່ານ ພັນຄໍາ ວິພາວັນ ໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະ ແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຮັບມື ແລະ ຕໍ່ສູ້ຕ້ານກັບເຊື້ອພະຍາດໂຄວິດ-19 ຕະຫລອດມາ, ລວມທັງການຊ່ວຍເຫລືອຂອງມູນນິທິ GX FOUNDATION ຮົງກົງ ໃນຄັ້ງກ່ອນ ແລະ ການເດີນທາງມາຊ່ວຍເຫລືອ ສປປ ລາວ ເພື່ອຜ່າຕັດແກ່ນຕາຂຸ້ນໃນຄັ້ງນີ້ ຊຶ່ງເປັນການຊ່ວຍເຫລືອອັນລໍ້າຄ່າ ແລະ ເປັນການໃຫ້ໂອ ກາດ ແລະ ອະນາຄົດອັນສົດໃສໃໝ່ ໃນການເບິ່ງເຫັນຂອງຜູ້ທີ່ມີບັນຫາດ້ານສາຍຕາ ຊຶ່ງການຊ່ວຍເຫລືອດັ່ງກ່າວຍິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມເປັນເພື່ອນມິດສະຫາຍທີ່ເປັນມູນເຊື້ອ, ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ແທ້ຈິງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ.
ທ່ານ ຫລຽງ ເຈິນ ຢິ່ງ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ພັນຄໍາ ວິພາວັນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສັນຍາວ່າ ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມື, ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຕໍ່ໄປ.
ຈາກນັ້ນ, ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບຜົນສໍາເລັດຂອງໂຄງການທາງລົດໄຟ ລາວ-ຈີນ ຖືເປັນໂຄງການສັນຍາລັກແຫ່ງການພົວພັນ ລາວ-ຈີນ ຊຶ່ງຈະອໍານວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງສອງປະເທດ ລາວ-ຈີນ ກໍຄື ລະຫວ່າງ ລາວ-ຮົງກົງ ບໍ່ວ່າຈະເປັນດ້ານຄົມມະນາຄົມ-ຂົນ ສົ່ງ, ດ້ານການທ່ອງທ່ຽວ ແລະ ອື່ນໆ ຊຶ່ງຈະນໍາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ. ນອກນັ້ນ, ທ່ານ ພັນຄໍາ ວິພາວັນ ຍັງຫວັງວ່າສອງຝ່າຍຈະຮ່ວມມືກັນ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື, ການໄປມາຫາສູ່ກັນໃຫ້ຫລາຍຂຶ້ນ ໂດຍສະເພາະການຊຸກຍູ້ໃຫ້ບັນດາບໍລິສັດ, ນັກລົງທຶນຈາກຮົງກົງ ທີ່ມີຄວາມສົນໃຈ ມາສຶກສາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.