ເຈົ້າໜ້າທີ່ສະເພາະກິດເມືອງແອດຈັບໄດ້ຜູ້ລ່າສັດຫວງຫ້າມໄດ້ 3​ ຄົນ ພ້ອມຂອງໄດ້ນົກຂວກ 440 ໂຕ

- 307309854 1802415423439009 4795609681434193029 n - ເຈົ້າໜ້າທີ່ສະເພາະກິດເມືອງແອດຈັບໄດ້ຜູ້ລ່າສັດຫວງຫ້າມໄດ້ 3​ ຄົນ ພ້ອມຂອງໄດ້ນົກຂວກ 440 ໂຕ
- kitchen vibe - ເຈົ້າໜ້າທີ່ສະເພາະກິດເມືອງແອດຈັບໄດ້ຜູ້ລ່າສັດຫວງຫ້າມໄດ້ 3​ ຄົນ ພ້ອມຂອງໄດ້ນົກຂວກ 440 ໂຕ

ວັນທີ14/9/2022 ທີມງານສະເພາະກິດຂັ້ນເມືອງສົມທົບກັບເຈົ້າໜ້າທີ່ກວດກາປ່າໄມ້ຫ້ອງການກະສິກຳແລະປ່າໄມ້ເມືອງແອດ ແຂວງຫົວພັນ ໄດ້ລົງເຄື່ອນໄຫວລາດຕາເວນຕາມວິຊາສະເພາະເຫັນວ່າໃນຊ່ວງໄລຍະນີ້ມີກຸ່ມຄົນຈໍານວນໜຶ່ງມີການລ່າ ແລະ ເຄື່ອນຍ້າຍສັດປ່າຫວງຫ້າມປະເພດນົກຂວກ ເພື່ອສົ່ງອອກໄປປະເທດເພື່ອນບ້ານທີ່ຜິດຕໍ່ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ສະບັບເລກທີ 07/ສພຊ,ລົງວັນທີ 24 ທັນວາ 2007 ຊຶ່ງສາມາດຈັບໄດ້ຜູ້ກະທຳຜິດຈໍານວນ 5 ຄັ້ງ, ມີຜູ້ກະທຳຜິດ 3 ຄົນ, ມີນົກຂວກທັງໝົດ 440 ໂຕ, ຄິດເປັນມູນຄ່າເສຍຫາຍຕາມກົດໝາຍກຳນົດ ປະມານ 4.400.000 ກີບ, ສໍາລັບຜູ້ກະທໍາຜິດແມ່ນໄດ້ດຳເນີນການແກ້ໄຂຕາມລະບຽບກົດໝາຍ.

ສ່ວນນົກແມ່ນໄດ້ນຳໄປປ່ອຍຄືນສູ່ທຳມະຊາດ ຈາກເຫດການດັ່ງກ່າວທີ່ເກີດຂື້ນ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈິ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການນໍາກັນໃນການປົກຮັກສາແລະສະກັດກັ້ນບໍ່ໃຫ້ມີກຸ່ມຄົນບໍ່ດີເຄື່ອນໄຫວ ຢູ່ພາຍໃນຂອບເຂດຮັບຜິດຊອບຂອງຕົນ ປັດຈຸບັນກຳລັງສະເໜີເຈົ້າເມືອງອອກຄໍາສັ່ງ ກ່ຽວກັບການນໍາໃຊ້ມາດຕະການຕໍ່ກັບການຫ້າມລ່າ ແລະ ເຄື່ອນຍ້າຍສັດປ່າປະເພດຫວງຫ້າມທົ່ວເມືອງແອດໃຫ້ຫັດກຸມກ່ວາເກົ່າ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ສະເພາະກິດເມືອງແອດຈັບໄດ້ຜູ້ລ່າສັດຫວງຫ້າມໄດ້ 3​ ຄົນ ພ້ອມຂອງໄດ້ນົກຂວກ 440 ໂຕ
- 3 - ເຈົ້າໜ້າທີ່ສະເພາະກິດເມືອງແອດຈັບໄດ້ຜູ້ລ່າສັດຫວງຫ້າມໄດ້ 3​ ຄົນ ພ້ອມຂອງໄດ້ນົກຂວກ 440 ໂຕ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!