ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

- 54641 - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ
- kitchen vibe - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

ວັນທີ 16 ກັນຍາ 2022 ນີ້, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສາທາລະນະສຸກ ພ້ອມດ້ວຍອົງການຈັດຕັ້ງສາກົນ ໄດ້ຈັດກອງປະຊຸມຖະແຫລງຂ່າວ ວັນຕ້ານພະຍາດວໍ້ໂລກ ຂຶ້ນຢູ່ກົມຂອງຕົນ ນະຄອນຫລວງວຽງຈັນ, ເພື່ອການສະເຫລີມສະຫລອງວັນຕ້ານວໍ້ໂລກ ວັນທີ 28 ກັນຍາ ຂອງທຸກໆປີ, ໂດຍປຸກລະດົມໃຫ້ປະຊາຊົນເຂົ້າເຖິງການສັກຢາກັນວໍ້ໃຫ້ສັດລ້ຽງ ແລະ ພາສັດລ້ຽງຂອງຕົນມາສັກຢາກັນວໍ້ ຟຣີ ໃນງານທີ່ຈະຈັດຂຶ້ນໃນວັນທີ 28 ກັນຍາ 2022 ນີ້ ຢູ່ສວນເຈົ້າຟ້າງຸ່ມ, ເລີ່ມແຕ່ ເວລາ 08:30-16:00 ໂມງ ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈກັນຕ້ານພະຍາດວໍ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ 0ne Health, Zero Deaths” ​ເຊິ່ງ​ຄາດໝາຍໄວ້ຈະສັກໃຫ້ໄດ້ ຈຳນວນ 2.000 ເຂັມ.

-                                1024x768 - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

- Visit Laos Visit SALANA BOUTIQUE HOTEL - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ພະຍາດວໍ້ ເປັນພະຍາດທີ່ຮ້າຍແຮງຊະນິດໜຶ່ງ ເຊິ່ງຕິດຕໍ່ຈາກສັດສູ່ຄົນ, ເກີດຈາກເຊື້ອຈຸລະໂຣກຊະນິດໜຶ່ງທີ່ເປັນສາເຫດພາໃຫ້ສະໝອງອັກເສບແບບຮຸນແຮງ, ເປັນພະຍາດຕິດຕໍ່ຈາກສັດລ້ຽງດ້ວຍນ້ຳນົມເຊັ່ນ: ໝາ, ແມວ, ລີງ, ເຈຍ ແລະ ອື່ນໆ ໂດຍການສົ່ງເຊື້ອມາຈາກສານຂັບຫລັງ ໂດຍສະເພາະແມ່ນຜ່ານທາງນ້ຳລາຍຂອງສັດທີ່ຕິດເຊື້ອແລ້ວຕິດໃສ່ຄົນໂດຍຜ່ານການກັດ ຫລື ຂູດ, ມີຄວາມອັນຕະລາຍເຖິງຂັ້ນຊີວິດ ຖ້າຫາກບໍ່ປ້ອງກັນ ແລະ ຄວນປະຕິບັດຕາມຄຳແນະນຳ ຂອງກະຊວງສາທາລະນະສຸກ.

- DSM2098 1024x768 - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

ໃນ ສປປ ລາວ ແມ່ນໄດ້ຮັບຜົນກະທົບຈາກພະຍາດວໍ້ມາຕະຫລອດໃນແຕ່ລະປີ, ເຊິ່ງມີລາຍງານຈາກສູນວິເຄາະ ແລະ ລະບາດວິທະຍາວ່າ ນັບແຕ່ປີ 2012-2022 ມີກໍລະນີຖືກໝາກັດ 318 ຄົນ ແລະ ມີຜູ້ເສຍຊີວິດ 59 ຄົນ, ນອກນັ້ນ ຍັງໄດ້ຮັບລາຍງານກໍລະນີໝາກັດໃນທຸກໆປີ ໂດຍປະມານ 30-60% ທີ່ຖືກໝາກັດ ແມ່ນເດັກນ້ອຍ 5-14 ປີ.

- DSM201363 1024x768 - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

ທ່ານ ກິແກ້ວ ສິງນະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ສປປ ລາວ ເຮົາ ມີການລະບາດຂອງພະຍາດວໍ້ໃນທຸກໆປີ ເນື່ອງຈາກວ່າສະພາບການລ້ຽງ ໝາ ແມວ ຍັງເປັນການລ້ຽງແບບປະປ່ອຍຕາມບ້ານ ຕາມຖະໜົນ, ການສັກຢາປ້ອງກັນ ແມ່ນຍັງມີເປີເຊັນຕໍ່າ ເຊິ່ງ 5 ປີຜ່ານມາ ການສັກຢາປ້ອງກັນສາມາດປະຕິບັດສະເລ່ຍໄດ້ພຽງ 106.672 ໂຕ/ປີ ກວມ 13% ຖ້າທຽບກັບສະຖິຕິໝາແມວ 843.609 ໂຕ (2017=110.000ໂຕ/ປີ, 2018=90.000ໂຕ/ປີ, 2019=53.419ໂຕ/ປີ, 2020=120.000ໂຕ/ປີ ແລະ 2021=159.943ໂຕ/ປີ). ສໍາລັບສະພາບການລະບາດແມ່ນເກີດຂຶ້ນທຸກໆປີ 5 ປີຜ່ານມາ ມີການກວດພົບເຊື້ອຢູ່ຫລາຍແຂວງທີ່ມີການລາຍງານ ໃນນັ້ນແຂວງທີ່ບໍ່ມີການລາຍງານການລະບາດມີ ແຂວງ ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ, ຫົວພັນ ແລະ ແຂວງຄຳມ່ວນ.

- DSM2351 1024x768 - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ

- 3 - ປຸກລະດົມໃຫ້ນຳສັດລ້ຽງ ໝາ-ແມວ ໄປສັກຢາຕ້ານພະຍາດວໍ້ ຟຣີ ຢູ່ສວນເຈົ້າຟ້າງຸ່ມ ວັນທີ 28 ກັນຍາ 2022 ນີ້ ເພື່ອບໍ່ໃຫ້ມີຜູ້ເສຍຊີວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!