ກຳປູເຈຍ ນຳໃຊ້ພະລັງງານທົດແທນກວມເອົາ 40% ທົ່ວປະເທດ

- 306905287 1986099738260463 5142600380917818525 n - ກຳປູເຈຍ ນຳໃຊ້ພະລັງງານທົດແທນກວມເອົາ 40% ທົ່ວປະເທດ
- kitchen vibe - ກຳປູເຈຍ ນຳໃຊ້ພະລັງງານທົດແທນກວມເອົາ 40% ທົ່ວປະເທດ

ວັນ​ທີ 15 ​ກັນຍາ​ 2022 ທີີ່ຜ່ານມາ ທ່ານ ຮຸນ​ເຊ​ນ ນາຍົກລັດຖະມົນຕີ ກຳປູ​ເຈຍ ​ເປີດ​ເຜີຍ​ວ່າ: ພະລັງງານ​ທົດ​ແທນຈາກ​ພະລັງງານ​ນ້ຳ, ພະລັງງານ ​ແສງຕາ​ເວັນ ​ແລະ ພະລັງງານ ຊີວະ​ມວນ ກວມ​ເອົາ​ ອັດຕາ​ສ່ວນ 40% ຂອງ​ພະລັງງານ​ທັງ​ໝົດ ໃນ​ປະ​ເທດ ປີ 2021 ພາຍຫລັງ​ ຈັດ​ກອງ​ປະຊຸມ ​ທາງ​ພະລັງງານ ຄະນະ​ລັດຖະມົນຕີ​ ອາ​ຊຽນ ຄັ້ງທີ 40 ຈັດ​ຂຶ້ນ ​ແບບ​ເຊິ່ງໜ້າ ​ແລະ ທາງ​ໄກ ຢູ່​ນະຄອນ ຫລວງ​ພະນົມ​ເປັນ ​ໂດຍກຳ​ປູ​ເຈຍ​ ໄດ້​ປະ​ກອບແຫລ່ງການດ້ານ​ພະ​ລັງ​ງານ ​ທົດ​ແທນ ​ຢ່າງ​ຕັ້ງ​ໜ້າ ​ເຂົ້າ​ໄປໃນ​ການ​ປະ​ສົມ​ພະ​ລັງ​ງານ (energy mix) ຢ່າງ​ເຂັ້ມ​ແຂງ.ການ​ໄຟຟ້າ​ ກຳປູ​ເຈຍລະບຸ​ວ່າ: ຄວາມ​ຕ້ອງການ ພະລັງງານໃນ​ປະ​ເທດ​ເພີ່ມ​ຂຶ້ນ ກວ່າ 4.000 ​ເມ​ກາ​ວັດ ​ໃນ​ປີ 2021 ຊຶ່ງ​ປະມານ 3.000 ກວ່າ​ເມ​ກາ​ວັດ ຜະລິດ​ ໂດຍ​ເຂື່ອນ​ໄຟຟ້າ ພະລັງງານ​ນ້ຳ,​ໂຮງ​ໄຟຟ້າ​ ຖ່ານ​ຫີນ,​ໂຮງ​ໄຟຟ້າ, ນ້ຳມັນ​ກາ​ຊວນ,​ໂຮງ​ໄຟຟ້າພະລັງງານ​ ແສງຕາ​ເວັນ ​ແລະ ​ໂຮງ​ໄຟຟ້າ​ ຊີວະ​ມວນ ​ໃນ​ປະ​ເທດ ​ແລະ ອີກ 981 ​ເມ​ກະ​ວັດ ນຳ​ເຂົ້າ ຈາກ​ປະ​ເທດ​​ໃກ້​ຄຽງ​ຈາກ ​ໄທ,ລາວ ​ແລະ ຫວຽດນາມ.

ກຳປູ​ເຈຍ ຍັງ​ຄົງ ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ພັດທະນາ ປະສິດທິພາບທາງ​ພະລັງງານ ​ແລະ ພະລັງງານ ​ທົດ​ແທນເພື່ອ​ສ້າງ ​ລະບົບ​ຈັດ​ຫາ​ ພະລັງງານ ຢ່າງ​ເຕັມ ຮູບ​ແບບ​ທີ່​ສຸດ ຄຽງ​ຄູ່​ກັບການ​ຫລຸດ​ການ​ພັດທະນາ ​ແຫ​ລ່ງພະລັງງານ​ທີ່​ໃຊ້​ເຊື້ອ​ເພີງ ​ຟໍສຊີ​ລ ​ເຊັ່ນ​: ຖ່ານ​ຫີນ ​ແລະ ນ້ຳມັນ

- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍ ນຳໃຊ້ພະລັງງານທົດແທນກວມເອົາ 40% ທົ່ວປະເທດ
- 5 - ກຳປູເຈຍ ນຳໃຊ້ພະລັງງານທົດແທນກວມເອົາ 40% ທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!