ເປີດໄຟ ໄວ້ຊີວິດ
ໂດຍ: ມຶກບໍ່ແຫ້ງ
ອຸບັດເຫດເທິງທ້ອງຖະໜົນຂອງພວກເຮົາ ເກີດຂຶ້ນບໍ່ເວັ້ນແຕ່ລະມື້, ແນ່ນອນລະ ມັນມີຫຼາຍສາເຫດ ແຕ່ໜຶ່ງໃນນັ້ນ ເສັ້ນທາງໃນຕົວເມືອງທີ່ມີລົດຂ້ອນຂ້າງຫຼາຍ ຍາມຄໍ່າຄືນ ແຕ່ມືດມິດນັ້ນ ອາດມີຄວາມສ່ຽງ ບໍ່ໜ້ອຍຕໍ່ການເກີດອຸບັດເຫດ.
ຜູ້ຂຽນໄດ້ຍິນມາກັບຫູ ຈາກເພື່ອນຮ່ວມງານເວົ້າສູ່ຟັງວ່າ ລາວຂີ່ລົດໄປຕຳກົ້ນລົດເຂົາເຈົ້າທີ່ຈອດໄວ້ຂ້າງ ທາງຢ່າງຈັງ ຢູ່ເສັ້ນທາງທີ່ເອີ້ນໄດ້ວ່າຂອບເຂດໃນເມືອງແຫ່ງໜຶ່ງ ຂອງນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວກໍ ອະທິບາຍສູ່ຟັງດ້ວຍຄວາມຢາກຮ້າຍວ່າ ເຂດນັ້ນ ແມ່ນເສັ້ນທາງຂ້ອນຂ້າງໂຄ້ງ ມີໄຟເຍືອງທາງທີ່ເປັນເສົາສູງງາມ ແຕ່ດອກໄຟພັດບໍ່ໄດ້ໄຕ້ ເລີຍເຮັດໃຫ້ຕົນບໍ່ສາມາດແນມເຫັນໄດ້ໄລຍະໄກພໍປານໃດ ເພາະລົດຈັກທີ່ຂີ່ກໍຂ້ອນຂ້າງ ເກົ່າໝັງ ແລະຕາກໍຮຸ່ງຊໍ່າໃດຊໍ່າໜຶ່ງ ເລີຍເຮັດໃຫ້ຫລົບຫຼີກບໍ່ທັນ, ກໍລະນີຂອງເພິ່ນຜູ້ນີ້ ຍັງດີທີ່ວ່າບໍ່ໄດ້ເລັ່ງລົດໄວ ຈຶ່ງເຮັດໃຫ້ບາດເຈັບເລັກໜ້ອຍ ແລະເຈົ້າຂອງລົດທີ່ຈອດໄວ້ ຖືກຄົນໃຈດີແນ່ ທີ່ຟ້າວອອກມາເບິ່ງ ແລະໂຈມ ລາວຂຶ້ນ ເພື່ອກວດກາເບິ່ງວ່າ ຈຳເປັນຊິໄດ້ໂທໃສ່ໜ່ວຍກູ້ໄພ ທີ່ເຮັດວຽກແບບອາສາສະໝັກນັ້ນ ຟ້າວມາເອົາບໍ່ ແຕ່ ເປັນຈັ່ງໂຊກ ຜູ້ກ່ຽວມີແຕ່ຂາເລີ້ນ ແລະແຂນສອກແຕກເລັກນ້ອຍ.
ມາສັງເກດເບິ່ງກໍຫາກແມ່ນແທ້, ເສັ້ນທາງຊອຍ ແລະທາງໃຫຍ່ບາງສາຍໃນຂອບເຂດຕົວເມືອງ ພວກເຮົານັ້ນ ຫຼາຍກໍລະນີ ກໍຄືເຫັນແຕ່ເສົາຫຼັກໄຟທີ່ສ້າງຂຶ້ນ ເພື່ອແນໃສ່ໃຫ້ມີໄຟເຍືອງທາງທີ່ຮຸ່ງແຈ້ງ ເຊິ່ງ ມັນກໍແມ່ນມາດຖານໜຶ່ງທີ່ນອນໃນເວລາອອກແບບເສັ້ນທາງ ທີ່ເພິ່ນໄດ້ວາງໄວ້ຢ່າງຄັກແນ່ ແຕ່ພັດບໍ່ຖືກໃຊ້ງານ ດັ່ງປະສົງ, ຫຼາຍຫຼັກ ກໍຢືນໂຊແຕ່ຫຸ່ນລ້າໆ ແຕ່ບໍ່ມີຮອດແສງໄຟ ເລີຍເຮັດໃຫ້ເສັ້ນທາງອັນແຈ້ງໃສທີ່ວາດຫວັງ ໄວ້ນັ້ນ ກັບຕ້ອງມືດມິດສະໜິດຕາ ເລີຍພາໃຫ້ຫຼາຍຄົນພາດຄືດັ່ງຜູ້ທີ່ກ່າວມາຂ້າງເທິງນັ້ນແລ.
ເມື່ອກັບມາເບິ່ງວ່າ ເປັນຫຍັງຄືມີແຕ່ເສົາໄຟ ແຕ່ບໍ່ເຫັນໄຕ້? ມັນອາດມີສາເຫດຫຼາຍອັນ ແຕ່ສິ່ງທີ່ຜູ້ ຂຽນໄດ້ຮູ້ມາກໍຄື ມີໂຈນມາລັກຕັດເອົາສາຍໄຟຂອງໄຟເຍືອງທາງ ທີ່ເພິ່ນເຮັດໄວ້ຢ່າງດີນັ້ນໄປຂາຍ! ຜູ້ໃດ ຮູ້ເລື່ອງນີ້ມາ ກໍຈົນອອກປາກວ່າ: ຈັ່ງແມ່ນພິລຶກເນາະ ອັນໂຈນນີ້ກະດາຍ, ລັກຝາອັດຮ່ອງນໍ້າແລ້ວຍັງບໍ່ພໍ ຍັງມາ ລັກຮອດສາຍໄຟອີກ! ເລີຍເຮັດໃຫ້ໄຟເຍືອງທາງນັ້ນພິການເອົາຊື່ໆ.
ແລ້ວເປັນຫຍັງ ພວກເຮົາຄວນເອົາໃຈໃສ່ ເລື່ອງໄຟເຍືອງທາງຫຼາຍຂຶ້ນ? ແນ່ນອນລະ ເມື່ອນຶກເຫັນ ກໍລະນີຂອງເພື່ອນຮ່ວມງານຂອງຜູ້ຂຽນແລ້ວ ຖ້າຈິນຕະນາການວ່າ ຖ້າມີໄຟເຍືອງທາງ ລາວກໍບໍ່ຕຳກົ້ນ ລົດເຂົາເຈົ້າ ແຕ່ຖ້າລາວເລັ່ງລົດໄວກວ່ານັ້ນ ມັນອາດເອົາຊີວິດລາວໄປກໍໄດ້, ເພາະສະນັ້ນ ການມີໄຟເຍືອງທາງ ແມ່ນອົງປະກອບໜຶ່ງທີ່ສຳຄັນ ທີ່ຊ່ວຍໃຫ້ຜູ້ຂັບຂີ່ປອດໄພ, ພ້ອມກັນນັ້ນ ການມີໄຟເຍືອງເສັ້ນທາງທີ່ຮຸ່ງແຈ້ງ ໃນຍາມຄໍ່າຄືນ ມັນອາດບໍ່ສະເພາະແຕ່ປ້ອງກັນການຕຳກົ້ນລົດຜູ້ອື່ນ ຫຼືສະເພາະຜູ້ຂັບຂີ່ ແຕ່ອາດຍັງ ເຮັດໃຫ້ຜູ້ທີ່ຍ່າງຕາມເສັ້ນທາງຕອນອ່າວເດິກຮູ້ສຶກອຸ່ນໃຈຄືກັນ ໂດຍສະເພາະແມ່ຍິງ ເພາະເຮັດໃຫ້ຜູ້ປອງ ຮ້າຍຄິດເກງໃຈແສງສະຫວ່າງແນ່ຈັກໜ້ອຍ.
ເພາະສະນັ້ນ, ພວກເຮົາຄວນມີໄຟເຍືອງທາງໄດ້ແນວໃດ? ເລື່ອງໂຈນນັ້ນ ເຮົາບໍ່ສາມາດໄປຈັບກຸມໄດ້ທຸກ ເທື່ອ ແຕ່ເຮົາສາມາດກວດກາໄດ້ຢ່າງປົກກະຕິ ຫຼືມີວິທີປ້ອງກັນແບບຄັກແນ່, ນອກເໜືອຈາກເລື່ອງໂຈນລັກ ສາຍໄຟແລ້ວ ຖ້າກ່າວເຖິງເງິນໃນຖົງ ເພື່ອໃຊ້ຈ່າຍໃນການໄຕ້ໄຟເຍືອງທາງນັ້ນ, ຜູ້ຂຽນເຊື່ອວ່າ ເຮົາມີຄວາມ ສາມາດເຮັດໄດ້ ໃຫ້ສົມຊື່ກັບຜູ້ຜະລິດໄຟຟ້າຂາຍ ແລະສິ່ງສຳຄັນ ແມ່ນຮັກສາຊີວິດຂອງພົນລະເມືອງໃຫ້ ຕະຫຼອດປອດໄພໃນຍາມຄໍ່າຄືນນັ້ນ ເປັນສິ່ງທີ່ຈຳເປັນ ຄູ່ຄວນແກ່ການລົງທຶນ ແລະເອົາໃຈໃສ່ຢ່າງຈິງຈັງ.