ສໍາມະນາຫົວຂໍ້ “ການລົງບັນຊີ”

- Semina - ສໍາມະນາຫົວຂໍ້ “ການລົງບັນຊີ”
- kitchen vibe - ສໍາມະນາຫົວຂໍ້ “ການລົງບັນຊີ”

ໃນວັນທີ 21 ສິງຫານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳ ເມືອງຄາວາສະກິ ແລະ ສະຖາບັນຄົ້ນຄວ້ານະໂນບາຍກະຊວງການເງິນ ປະເທດຍີ່ປຸ່ນ, ໄດ້ຈັດສໍາມະນາຫົວຂໍ້ “ການລົງບັນຊີ”(Book keeping Seminar) ຂຶ້ນທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທ່ານ ໂອສະມິດຊູ ຢາມາດະ (Osamitsu YAMADA) ປະທານສະພາການຄ້າ ແລະ ອຸດສາຫະກຳ ເມືອງຄາວາສະກິ, ມີຜູ້ຕ່າງຫນ້າຈາກພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມຫລາຍກວ່າ100 ທ່ານ.

ໃນການສໍາມະນາໄດ້ມີການເຊັນສັນຍາບັນທຶກຄວາມເຂົ້າໃຈລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກັບສະພາການຄ້າ ແລະ ອຸດສາຫະກຳເມືອງຄາວາສະກິ, ເພື່ອຊຸກຍູ້ສົ່ງເສີມການພົວພັນທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລາວ ແລະ ຍີ່ປຸ່ນໃຫ້ນັບມື້ດີຂຶ້ນ, ທັງເປັນການສ້າງກາລະໂອກາດອັນດີໃຫ້ແກ່ນັກທຸລະກິດຂອງສອງປະເທດ ໂດຍສະເພາະແມ່ນທຸລະກິດຂະຫນາດນ້ອຍ ແລະ ກາງ ໄດ້ມີການພົບປະແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດນຳກັນໃນອະນາຄົດ.

- Visit Laos Visit SALANA BOUTIQUE HOTEL - ສໍາມະນາຫົວຂໍ້ “ການລົງບັນຊີ”
- 4 - ສໍາມະນາຫົວຂໍ້ “ການລົງບັນຊີ”
- 5 - ສໍາມະນາຫົວຂໍ້ “ການລົງບັນຊີ”
- 3 - ສໍາມະນາຫົວຂໍ້ “ການລົງບັນຊີ”