Google Search ສາມາດເບິ່ງພຣີວິວວິດີໂອໃນໜ້າຄົ້ນຫາ ກ່ອນເບິ່ງຕົວຈິງໄດ້ແລ້ວ
ເມື່ອທ້າຍອາທິດຜ່ານມາ ເວັບໄຊ TechCrunch ໄດ້ລາຍງານວ່າ Google ອອກອັບເດດເພີ່ມຟີເຈີໃຫມ່ Google Search ໃຫ້ຜູ້ໃຊ້ສາມາດເບິ່ງພຣີວິວວິດີໂອຕ່າງໆໃນໜ້າຄົ້ນຫາໄດ້ແລ້ວ ເຊິ່ງຟີເຈີດັ່ງກ່າວສະແດງວິດີໂອພຣີວິວ 6 ວິນາທີ ກ່ອນກົດລິ້ງເຂົ້າໄປເບິ່ງວິດີໂອຕົວຈິງ ໂດຍຟີເຈີດັ່ງກ່າວໃຊ້ລະບົບ Machine Learning ສໍາລັບວິເຄາະຄິບວິດີໂອ ພ້ອມຄໍານວນໄລຍະເວລາສໍາຄັນຂອງວິດີໂອ ເພື່ອນໍາມາຕັດເປັນພຣີວິວ 6 ວິນາທີ ແຕ່ຟີເຈີພຣີວິວວິດີໂອໃນ Google Search ຈະບໍ່ສະແດງພຣີວິວວິດີໂອອັດຕະໂນມັດ ຫາກຜູ້ໃຊ້ບໍ່ໄດ້ເຊື່ອມຕໍ່ອິນເຕີເນັດຜ່ານ Wi-Fi ກໍລະນີຫາກຜູ້ໃຊ້ເຊື່ອມຕໍ່ຜ່ານເຄືອຂ່າຍໂທລະສັບ ແຕ່ຕ້ອງການໃຫ້ສະແດງວິດີໂອພຮີວິວຈະຕ້ອງປັບການຕັ້ງຄ່າແອັບຂອງ Google ຫຼື Chrome ໃນ Android ກ່ອນ ຈຶ່ງຈະສາມາດຮັບຊົມວິດີໂອພຣີວິວໄດ້.
ທັງນີ້ ຟີເຈີພຣີວິວວິດີໂອໃນ Google Search ສາມາດຮອງຮັບວິດີໂອຈາກແຫຼ່ງຕ່າງໆໄດ້ຫຼາກຫຼາຍ ລວມເຖິງ YouTube ແຕ່ຈະບໍ່ສາມາດເບິ່ງພຣີວິິວິດີໂອໃຫມ່ຫລ້າສຸດໄດ້ ເນື່ອງຈາກວ່າຕ້ອງລໍລະບົບສ້າງພຣີວິິວໃຫ້ສໍາເລັດກ່ອນ ແລະ ຍັງບໍ່ຮອງຮັບການເຮັດວຽກໃນເດັດທ໊ອບ ເຊິ່ງຄາດວ່າໄວໆນີ້ ທາງ Google ຈະເປີດໃຫ້ໃຊ້ໄດ້.