ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.

- 032208 2017 - ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.
- kitchen vibe - ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.

ເວັບໄຊ  businessinsider ລາຍງານຜົນການສຶກສາຈາກມະຫາວິທະຍາໄລເບີມິງແຮມໃນປະເທດອັງກິດ ທີ່ລະບຸເຖິງການເພີ່ມປະສິດທິພາບໃນການເຮັດວຽກໂດຍການຟັງເພງ, ແຕ່ເພງແບບໃດທີ່ເໝາະສົມແກ່ການຟັງໃນຂະນະເຮັດວຽກ ມື້ນີ້ພວກເຮົາມີມາແນະນຳທ່ານ.

– ສຽງຂອງທຳມະຊາດ : ນັກວິໄຈຈາກສະຖາບັນ Rensselaer Polytechnic ບອກວ່າ : ສຽງຂອງທຳມະຊາດສາມາດເພີ່ມອາລົມໃນການເຮັດວຽກ ເຊິ່ງຈະຊ່ວຍໃນເລື່ອງການເຮັດວຽກຂອງສະໝອງ ລວມເຖິງສະມາທິຂອງຜູ້ເຮັດວຽກໄດ້ ແລະ ສຽງເຫລົ່ານີ້ຍັງບໍ່ລົບກວນສະມາທິຂອງຜູ້ປະຕິບັດວຽກຄົນອື່ນນຳ.

- Visit Laos Visit SALANA BOUTIQUE HOTEL - ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.

– ເພງທີ່ມັກ : ເພງທີ່ທ່ານມັກເປັນສິ່ງທີ່ສາມາດຊ່ວຍເຮັດໃຫ້ທ່ານເຮັດວຽກໄດ້ດີຂຶ້ນ ໂດຍ Teresa Lesiuk ຜູ້ຊ່ວຍສາດສະ ດາຈານຈາກໂປຣແກຣມດົນຕີບຳບັດຢູ່ມະຫາວິທະຍາໄລໄມອາມີ ບອກວ່າ : ການເລືອກແນວເພງເປັນສິ່ງທີ່ສຳຄັນ ຄົນທີ່ໄດ້ຟັງເພງທີ່ຕົນເອງມັກ ເຂົາຈະມີຄວາມສຸກ ແລະ ສາມາດເຮັດວຽກໄດ້ໄວກ່ວາຜູ້ທີ່ບໍ່ໄດ້ຟັງ ເມື່ອຢູ່ໃນອາລົມດ້ານບວກຈະມີຄວາມຄິດສ້າງສັນຫລາຍຂຶ້ນນຳ.

– ແຕ່ຢ່າເລືອກແນວເພງທີ່ມັກຫລາຍຈົນເກີນໄປ : ວຽກງານວິໄຈທີ່ໃຫ້ຄວາມແຕກຕ່າງຈາກມະຫາວິທະຍາໄລ Fu Jen Catholic ໃນ Xinzhuang ປະເທດໄຕ້ຫວັນ ກ່າວວ່າ : ດົນຕີທີ່ເປັນທີ່ຊື່ນຊອບຂອງຜູ້ຟັງນັ້ນ ຈະມີຜົນກັບສະມາທິຂອງພວກເຂົາ ຈາກການທົດລອງພົບວ່າ ຖ້າຄົນເຮັດວຽກຟັງເພງທີ່ຕົນມັກ ຫລື ບໍ່ມັກຫລາຍໆ ຈະເຮັດໃຫ້ສະມາທິຫລຸດລົງໄດ້ງ່າຍໆ.

– ເພງທີ່ບໍ່ມີເນື້ອຮ້ອງ : ເພາະວ່າເນື້ອຮ້ອງນັ້ນເຮັດໃຫ້ເສຍສະມາທິ ເຊິ່ງ Cambridge Sound Management  ບອກວ່າ : ສຽງບໍ່ໄດ້ເຮັດໃຫ້ເຮົາເສຍສະມາທິ, ແຕ່ແມ່ນຄຳເວົ້າທີ່ເຮົາຟັງຮູ້ເລື່ອງທີ່ດຶງສະມາທິຂອງເຮົາໄປ ຈາກການທົດລອງພົບວ່າ 48% ຂອງຄົນເຮັດວຽກໃນຫ້ອງການຖືກດຶງຄວາມສົນໃຈດ້ວຍສຽງຄຳເວົ້າ ແລະ ສຽງຄຳຮ້ອງໃນເພງ.

– ຈັງຫວະຂອງດົນຕີ : ເພາະຈັງຫວະຂອງດົນຕີມີຜົນຕໍ່ອາລົມຂອງຄົນຟັງ, ຈັງຫວະທີ່ຍົວະເຍົ້າເກີນໄປອາດເຮັດໃຫ້ຄົນຟັງຮູ້ສຶກເມື່ອຍ ຫລື ຊ້າເກີນໄປກໍເຮັດໃຫ້ເຫງົານອນໄດ້.

– ລະດັບຄວາມດັງທີ່ພໍດີ : ຄວາມດັງມີຜົນຕໍ່ການເຮັດວຽກຫລາຍ ເພາະສຽງທີ່ພໍດີຈະຊ່ວຍໃຫ້ບັນດາຄົນເຮັດວຽກມີຄວາມ ຄິດສ້າງສັນຂຶ້ນ ໂດຍທັງສຽງດັງ ແລະ ສຽງປົກກະຕິມີຜົນເຮັດໃຫ້ຜູ້ຄົນເປີດກ້ວາງທາງຄວາມຄິດໄດ້ຫລາຍຂຶ້ນ, ແຕ່ໃນພາກສ່ວນຂອງສຽງທີ່ດັງເກີນໄປຈະເຮັດໃຫ້ສະໝອງປະມວນຂໍ້ມູນໄດ້ບໍ່ເຕັມທີ່.

- 5 - ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.
- 3 - ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.
- 4 - ປະສິດທິພາບໃນການເຮັດວຽກດີຂຶ້ນໄດ້ໂດຍການເລືອກຟັງເພງ.