ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຊັ້ນພັນເອກ ຂຶ້ນພົນຈັດຕະວາ12 ສະຫາຍ

- 308501731 521717866624143 6692311594682971433 n - ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຊັ້ນພັນເອກ ຂຶ້ນພົນຈັດຕະວາ12 ສະຫາຍ
- kitchen vibe - ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຊັ້ນພັນເອກ ຂຶ້ນພົນຈັດຕະວາ12 ສະຫາຍ
ວັນທີ 23 ກັນຍາ 2022 ນີ້, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ແລະ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງໃນກຳລັງ ປກສ ຈຳນວນ 30 ສະຫາຍ; ໃນນີ້, ພັນເອກຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນໂທ ຂຶ້ນເປັນພັນເອກ 18 ສະຫາຍ, ເປັນກຽດໃຫ້ການປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ມີພະນັກງານຂັ້ນນຳພາ-ບັນຊາອ້ອມຂ້າງກະຊວງເຂົ້າຮ່ວມ.
ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ເລກທີ 172-183/ປປທ, ລົງວັນທີ 19 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດຊັ້ນພັນເອກຂຶ້ນພົນຈັດຕະວາ ມີ 12 ສະຫາຍຄື:
  1. ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່
  2. ພົຈວ ສາຍສະໝອນ ພາລະມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ
  3. ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ສັນຕິບານ
  4. ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ
  5. ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ
  6. ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ
  7. ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ
  8. ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ
  9. ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສແຂວງຫຼວງນ້ຳທາ
  10. ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ
  11. ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື
  12. ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ.
ພ້ອມທັງໄດ້ຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303-320/ນຍ, ລົງວັນທີ 2 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ພັນໂທ ຂຶ້ນເປັນ ຊັ້ນພັນເອກ ໃນນີ້ມີ:
  1. ພັອ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ປກສ
  2. ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ
  3. ພັອ ບົວສີ ເພັດສີຄາມ ຮອງຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ
  4. ພັອ ບຸນຊູ ສິມມະນີວົງ ຮອງຫົວໜ້າກົມສືບສວນ-ສອບສວນຄະດີການເມືອງ ກົມໃຫຍ່ສັນຕິບານ
  5. ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ
  6. ພັອ ໄຊຍະພອນ ພົມມະບຸດ ຮອງຫົວໜ້າກົມຕ້ານນັກສືບ ກົມໃຫຍ່ສັນຕິບານ
  7. ພັອ ວຽງຄອນ ໄຊຍະສີ ຮອງຫົວໜ້າກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕຳຫຼວດ.
  8. ​ພັອ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ,
  9. ​ພັອ ມັກ ວິໄລພົນ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ,
  10. ພັອ ວຽງໄຊ ດວງຕາວັນ ຫົວໜ້າຫ້ອງການ ກົມກວດກາ-ກວດການ,
  11. ພັອ ບຸນລຽນ ແສນວົົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ,
  12. ​ພັອ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ,
  13. ​ພັອ ບຸນແພງ ລໍນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ,
  14. ​ພັອ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ,
  15. ​ພັອ ກອງມີ ມຽງມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ,
  16. ​ພັອ ເອກະລາດ ແທ່ງສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ,
  17. ພັອ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ,
  18. ​ພັອ ສັກສິດ ສີພັນດວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື.

- 308480108 521717756624154 5350331113255260040 n - ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຊັ້ນພັນເອກ ຂຶ້ນພົນຈັດຕະວາ12 ສະຫາຍ

ພາບຂ່າວ: ປກສ

- Visit Laos Visit SALANA BOUTIQUE HOTEL - ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຊັ້ນພັນເອກ ຂຶ້ນພົນຈັດຕະວາ12 ສະຫາຍ
- 3 - ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຊັ້ນພັນເອກ ຂຶ້ນພົນຈັດຕະວາ12 ສະຫາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!