ທະເລສາບໃຫຍ່ທີ່ສຸດຂອງຈີນ ມີ​ລະດັບນ້ຳຫລຸດລົງຕ່ຳຫລາຍ

- 308423150 1991852577685179 1334115876398736287 n - ທະເລສາບໃຫຍ່ທີ່ສຸດຂອງຈີນ ມີ​ລະດັບນ້ຳຫລຸດລົງຕ່ຳຫລາຍ
- Untitled design 1 - ທະເລສາບໃຫຍ່ທີ່ສຸດຂອງຈີນ ມີ​ລະດັບນ້ຳຫລຸດລົງຕ່ຳຫລາຍ

ສຳນັກຂ່າວ​ ຈາກຊຽງ​ໄຮ້ ໃຫ້ຮູ້ວ່າ: ວັນ​ທີ 23​ ກັນຍາ ນີ້ ທະ​ເລ​ສາບ​ ໂປ​ຢາງ(Poyang) ​ເປັນ​ທະ​ເລ​ສາບ​ ນ້ຳ​ຈືດ ​ໃຫຍ່​ທີ່​ສຸດ​ ຂອງ​ຈີນ ເຊິ່ງ​ເຊື່ອມ​ຕໍ່​ກັບ ​ແມ່​ນ້ຳ​ແຢງຊີງ​, ​ແມ່​ນ້ຳ​ຍາວ​ທີ່​ສຸດ​ຂອງ​ຈີນ ພວມ​ຜະ​ເຊີນ​ກັບ​ບັນຫາ​ໄພ​ແຫ້ງ​ແລ້ງ ​ມາຕັ້ງ​ແຕ່​ ເດືອນ​ມິຖຸນາ ​ໂດຍ ລະ​ດັບ​ນ້ຳທີ່​ຈຸດ​ວັດ​ແທກ ຫລຸດ​ລົງ​ຈາກ 19,43 ​ແມັດ ​ເຫລືອ​ພຽງ 7,1 ​ແມັດ ​ໃນ​ໄລຍະ 3 ​ເດືອນ​ຜ່ານ​ມາ.

ຂະນະ​ທີ່ ສູນ​ຕິດຕາມລະດັບ​ນ້ຳ ​ແຂວງ​ຈ່ຽງຊີ ກ່າວ​ວ່າ:ລະດັບ​ນ້ຳ​ໃນ​ທະ​ເລ​ສາບໂປ​ຢາງ ຈະ​ຫລຸດ​ລົງ​ ຕ່ຳ​ກວ່າ​ນີ້​ອີກ​ໃນ​ຕໍ່ໜ້າ ​ເນື່ອງ​ຈາກ​ປະລິມານ​ ນ້ຳ​ຝົນຍັງ​ຄົງ​ໜ້ອຍຕ່ຳ​ກວ່າ 60% ​ເມື່ອ​ທຽບ​ໃສ່ ​ປີ​ກາຍ. ປັດຈຸບັນ ສະຖານີຕິດຕາມ​ສະພາບ​ອາກາດ 267 ​ແຫ່ງ​ ທົ່ວ​ປະ​ເທດ​ຈີນ ລາຍ​ງານອຸນຫະພູມ​ສູງ​ເປັນ​ປະຫວັດສາດ ​ໃນ​ເດືອນ​ສິງຫາ ​ແລະ ສະພາບ​ ແຫ້ງ​ແລ້ງ​ແລ້ວ​ທົ່ວ​ລຸ່ມ​​ ແມ່ນ້ຳ​ແຢງ​ຊີ ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ຕໍ່ການ​ຜະລິດ​ໄຟຟ້າ, ພະລັງງານ​ນ້ຳ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພືດທາງ​ກະສິກຳ ​ເຖິງ​ວ່າ ​ຈະ​ເກີດ​ຝົນຕົກ​ໜັກ ຊ່ວຍ​ຫລຸດຜ່ອນໄພ​ແຫ້ງ​ແລ້ງ ​ໃນ​ບໍລິ​ເວນ​ ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຈີນ ​ແຕ່​ບໍລິ​ເວນ​ ທາງ​ພາກ​ກາງຍັງ​ຄົງ​ຜະ​ເຊີນ​ ໄພ​ແຫ້ງ​ແລ້ງ, ສະພາບ​ອາກາດຮ້ອນ​ແຮງ ​ໃນ​ແຂວງ​ຈຽງ​ຊີ ຍາວ​ນານ​ມາ​​ເປັນ​ເວລາ​ ຫລາຍ​ກວ່າ 70 ​ວັນ​ແລ້ວ.

-    AD conten website - ທະເລສາບໃຫຍ່ທີ່ສຸດຂອງຈີນ ມີ​ລະດັບນ້ຳຫລຸດລົງຕ່ຳຫລາຍ
- lattana banner 1 - ທະເລສາບໃຫຍ່ທີ່ສຸດຂອງຈີນ ມີ​ລະດັບນ້ຳຫລຸດລົງຕ່ຳຫລາຍ
- lattana banner - ທະເລສາບໃຫຍ່ທີ່ສຸດຂອງຈີນ ມີ​ລະດັບນ້ຳຫລຸດລົງຕ່ຳຫລາຍ
error: Alert: ເນື້ອຫາຂ່າວມີລິຂະສິດ !!