ຫາລືເລືອກຊ່ອງທາງຮັບ-ສົ່ງ ຄໍາຮ້ອງ ຂໍການຮ່ວມມື ລະຫວ່າງປະເທດທາງອາຍາ
September 24, 2022 - 1:57 PM


ໃນວັນທີ 23 ກັນຍາ 2022 ນີ້ ກອງປະຊຸມປຶກສາຫາລື ການເລືອກຊ່ອງທາງ ຮັບ-ສົ່ງ ຄໍາຮ້ອງຂໍການຮ່ວມມືລະຫວ່າງປະເທດທາງອາຍາ ຂອງບັນດາປະເທດສະມາຊິກອາຊຽນ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ພ້ອມດ້ວຍກົມແຜນການ ແລະ ຮ່ວມມືຕ່າງ ປະເທດ, ມີຜູ້ຕາງໜ້າຈາກກະຊວງ ປກສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ທະນາຄານກາງ (ສໍານັກງານຕ້ານການຟອກເງິນ), ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການຄ້າ, ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສື່ສານ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ເປັນເອກະພາບຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ກ່ຽວກັບຊ່ອງທາງການປະສານງານ ແລະ ການຮັບ-ສົ່ງມອບເອກະ ສານ ລະຫວ່າງ ສປປ ລາວ ແລະ ບັນດາປະເທດອາຊຽນ ໂດຍເຫັນດີໃຫ້ອົງການໄອຍະການປະຊາຊົນສູງສຸດ ເປັນອົງການໃຈກາງປະສານງານໃນການ ຮັບ-ສົ່ງ ຄໍາຮ້ອງຂໍຄວາມ ຮ່ວມມືລະຫວ່າງປະເທດທາງອາຍາ ສໍາລັບບັນດາປະເທດສະມາຊິກອາຊຽນ, ພ້ອມທັງເປັນອົງການໃຈກາງໃນການຈັດຕັ້ງປະຕິບັດຄໍາຮ້ອງຂໍ ແລະ ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນໃຫ້ມີປະສິດທິຜົນສູງ ຕາມທີ່ກົດໝາຍ ແລະ ສົນທິສັນຍາອາຊຽນໄດ້ກໍານົດໄວ້.
ທ່ານ ຄຳເພັດ ສົມວໍລະຈິດ ກໍໄດ້ສະແດງຄຳຄິດເຫັນ ໃນກອງປະຊຸມວ່າ: ໂດຍພື້ນຖານແລ້ວ ແມ່ນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ກ່ຽວກັບການປະກອບຫລັກຖານໃນຄະດີອາຍາ ເຊັ່ນ: ການເອົາຄໍາໃຫ້ການ ຫລື ຫລັກຖານອື່ນ, ການສົ່ງໝາຍຮຽກຂອງສານ, ການຊອກຫາຊັບ ແລະ ຜູ້ກະທຳຜິດ, ການຍຶດ, ອາຍັດຊັບ, ການຮິບຊັບ ແລະ ວັດຖຸສິ່ງຂອງ ໂດຍອີງຕາມສົນທິສັນຍາ ຫລື ການຕົກລົງຂອງລັດຖະບານຂອງສອງປະ ເທດ, ໂດຍເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນ ລັດຖະບານລາວ ຈຶ່ງຖືການແກ້ໄຂບັນຫາອາຊະຍາກຳຂ້າມຊາດ, ການຮ່ວມມືກັນຂອງ ສປປ ລາວ ກັບບັນດາປະເທດໃກ້ຄຽງ, ພາກພື້ນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະການຮ່ວມມືລະຫວ່າງປະເທດທາງອາຍາ ເປັນໜ້າທີ່ສຳຄັນ ໂດຍໄດ້ດຳເນີນມາດຕະການທາງດ້ານກົດໝາຍໃນລະດັບສາກົນ ແລະ ໃນລະດັບຊາດ ຢ່າງເໝາະສົມ.