ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ

- 63231871 101 - ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ
- kitchen vibe - ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ

ວັນທີ 25 ກັນຍາ 2022, ຊຸບເປີໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ສົ່ງຜົນໃຫ້ເກີດລົມພັດແຮງ, ຝົນຕົກໜັກ ແລະ ຄື້ນສູງ. ຂະນະທີ່ປະຊາຊົນ 8.300 ກວ່າຄົນຕ້ອງເລັ່ງອົບພະຍົບອອກຈາກພື້ນທີ່ສ່ຽງ ໂດຍ Noru ເປັນໄຕ້ຝຸ່ນຮຸນແຮງທີ່ສຸດທີ່ພັດເຂົ້າຟີລິບປິນໃນປີນີ້ ມີຄວາມໄວລົມສູງເຖິງ 195 ກິໂລແມັດຕໍ່ຊົ່ວໂມງ.

ອິດທິພົນຈາກໄຕ້ຝຸ່ນສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ ລົມແຮງ. ວິດີໂອໃນໂຊຊຽວມີເດຍເຜີຍໃຫ້ເຫັນພາບຂອງຕົ້ນໄມ້ທີ່ໂອນເອນໄປຕາມແຮງລົມຈົນເກືອບຫັກ. ຂະນະທີ່ເກາະໂປລິໂຢຂອງແຂວງເກຊອນນັ້ນເກີດເຫດດິນເຈື່ອນ ໂດຍວັນທີ 25 ກັນຍາ ມີ 2.500 ກວ່າຄົນຕົກຄ້າງຢູ່ຕາມທ່າເຮືອຕ່າງໆ ເນື່ອງຈາກທາງການໄດ້ສັ່ງໂຈະການເດີນທາງທາງເຮືອເພື່ອຄວາມປອດໄພ ອີກທັງຍັງໄດ້ສັ່ງໂຈະຖ້ຽວບິນເກືອບ 50 ຖ້ຽວ.

- Visit Laos Visit SALANA BOUTIQUE HOTEL - ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ

ກະຊວງກະສິກຳຟີລິບປິນເປີດເຜີຍໃນວັນທີ 25 ກັນຍາວ່າ: ເນື້ອທີ່ກະສິກຳອາດໄດ້ຮັບຜົນກະທົບຈາກໄຕ້ຝຸ່ນ Noru 1,47 ກວ່າລ້ານເຮັກຕາ ເຊິ່ງເປັນເນື້ອທີ່ປູກເຂົ້າ 75% ຂອງປະເທດ ເຮັດໃຫ້ສ່ຽງວ່າສະຖານະການທີ່ເກີດຂຶ້ນອາດເຮັດໃຫ້ເງິນເຟີ້ເພີ່ມຂຶ້ນອີກໃນອະນາຄົດ.

ທັງນີ້, ກົມອຸຕຸນິຍົມວິທະຍາຟີລິບປິນໄດ້ອອກປະກາດເຕືອນໃຫ້ເຝົ້າລະວັງອາດເກີດນ້ຳຖ້ວມຮຸນແຮງໃນພື້ນທີ່ສ່ຽງ ຄືນະຄອນຫລວງມະນິລາ ແລະ ແຂວງໃກ້ຄຽງ. ຂະນະທີ່ ພົນຕຳຫລວດເອກ ໂຣໂດລໂຟ ອາຊູຣິນ ຜູ້ບັນຊາການຕຳຫລວດແຫ່ງຊາດຟີລິບປິນ ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສໃນເຂດອັນຕະລາຍປະຕິບັດຕາມຄຳສັ່ງອົບພະຍົບຢ່າງເຄັ່ງຂັດເມື່ອເກີດເຫດຈຳເປັນ ໂດຍໃນວັນທີ 26 ກັນຍາ ໂຮງຮຽນ ແລະ ສະຖານທີ່ລັດຖະການຫລາຍແຫ່ງໄດ້ປິດຊົ່ວຄາວ.

ຊຸບເປີໄຕ້ຝຸ່ນ Noru ໄດ້ອ່ອນກຳລັງລົງເປັນໄຕ້ຝຸ່ນລະດັບ 4 ໃນຂະນະພັດຜ່ານທາງຕອນກາງຂອງເກາະລູຊອນ ແລະ ຄາດວ່າຈະເຂົ້າສູ່ທະເລຈີນໃຕ້ໃນວັນທີ 26 ກັນຍາ ໂດຍມຸ້ງໜ້າສູ່ຫວຽດນາມ.

ໂດຍປົກກະຕິແລ້ວ ຟີລິບປິນເປັນປະເທດທີ່ມັກຈະຜະເຊີນພາຍຸເປັນປະຈຳ ຫລື ສະເລ່ຍປະມານ 20 ຄັ້ງຕໍ່ປີ ແຕ່ຫລ້າສຸດ ນັກວິທະຍາສາດໄດ້ເຕືອນວ່າ: ພາຍຸຈະມີຄວາມຮຸນແຮງຫລາຍກວ່າເກົ່າ ເນື່ອງຈາກໂລກຂອງເຮົາມີອຸນຫະພູມສູງຂຶ້ນຈາກສະພາບໂລກລວນ ເຊິ່ງຟີລິບປິນເປັນໜຶ່ງໃນປະເທດທີ່ສ່ຽງຕໍ່ຜົນກະທົບຈາກສະພາບໂລກລວນຫລາຍທີ່ສຸດ.

ອ້າງອີງ:

- 3 - ໄຕ້ຝຸ່ນ Noru ພັດຖະຫລົ່ມຟີລິບປິນ ປະຊາຊົນນັບພັນເລັ່ງອົບພະຍົບ ທາງການເຕືອນອາດເກີດນ້ຳຖ້ວມໜັກໃນມະນິລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!