ລາວ ເອົາຊະນະ ບຣູໄນ 3-0 ເປັນໄຊຊະນະນັດທຳ ອິດຂອງ ທີມຊາດລາວ ໃນ ການແຂ່ງຂັນບານເຕະຊາຍ ຊີ ເກມ 2017. ໃນການແຂ່ງ ຂັນຢູ່ທີ່ສະໜາມ ຢູເອັມ ອາ ຣີນາ ຂອງຕອນບ່າຍວັນຈັນນີ້ ເຖິງວ່າທັງສອງທີມຈະຮູ້ດີວ່ ໂຕເອງບໍ່ສາມາດຜ່ານເຂົ້າ ຮອບ 4 ທີມໄດ້ສຳເລັດ ແຕ່ ທັງສອງກໍເປີດເກມບຸກໃສ່ກັນ ເພາະບໍ່ຢາກໄດ້ຄຳວ່າ “ຢູ່ ທ້າຍຕາຕະລາງ” ຂອງກຸ່ມ A. ໂດຍ ທີມຊາດລາວ ໄດ້ປະ ຕູຈາກການຍິງຄົນດຽວ 3 ປະ ຕູຂອງ ພິທັກ ກອງມະທິ ລາດ ໃນນາທີ 64, 73 ແລະ 86. ແລະ ນັດຕໍ່ໄປ ທີມຊາດ ລາວ ຈະພົບກັບ ເຈົ້າພາບ ມາ ເລເຊຍ ໃນວັນທີ 23 ສິງຫາ 2017 ນີ້ ເວລາ 20:45 ໂມງ.