ມານດິບຈະຟື້ນໂທດປະຫານ ຊີວິດຫລັງເວັ້ນມາ 60 ປີ
ທີ່ປຶກສາອາວຸໂສປະທານາທິບໍດີ ອັບດຸນລາ ຍາມີນ ຂອງມານດິບ ກ່າວໃນວັນທີ 22 ສິງຫາວ່າ: ມານດິບຈະຮື້ຟື້ນການລົງໂທດປະຫານຊີວິດຂຶ້ນມາອີກ ພາຍຫລັງຢຸດໃຊ້ມາ 60 ປີ ເຊິ່ງຖືເປັນຄວາມພະຍາຍາມ ແລະ ຫລຸດຄະດີຄາດຕະກຳ ແລະ ຄະດີຢາເສບຕິດ, ເຖິງວ່າຜະເຊີນແຮງກົດດັນຈາກບັນດາປະເທດກໍຕາມ.
ສະຫະປະຊາຊາດ ແລະ ອົງການນິລະໂທດກຳສາກົນຕ່າງຮຽກຮ້ອງໃຫ້ລັດຖະບານຢ່າຮື້ຟື້ນໂທດປະຫານຊີວິດໂດຍການແຂວນຄໍຢູ່ບ່ອນສາທາລະນະ ໂດຍອ້າງເຖິງຜູ້ຖືກຂັງບາງຄົນອາດຖືກໂທດປະຫານໂດຍບໍ່ໄດ້ເປັນໄປຕາມຂະບວນການທາງກົດໝາຍທີ່ຍຸຕິທຳ. ເຖິງຢ່າງໃດກໍຕາມ, ທ່ານ ໂມຮາເໝັດ ຮຳເຊນ ຊາຣີບ ທີ່ປຶກສາອາວຸໂສປະທານາທິບໍດີ ແລະ ຫົວໜ້າຝ່າຍການພົວພັນສາກົນຂອງພັກ PPM ເຊິ່ງເປັນພັກລັດຖະບານມານດິບ ກ່າວວ່າ: ການບັງຄັບໃຊ້ໂທດປະຫານຊີວິດອີກຖືເປັນການປ້ອງກັນ ເຊິ່ງປັດຈຸບັນປະຊາຊົນມານດິບສະໜັບສະໜູນບົດລົງໂທດດັ່ງກ່າວ, ເຖິງວ່າເຮັດໃຫ້ລັດຖະບານມີຄວາມລຳບາກໃນການຕັດສິນໃຈ ແຕ່ໃນຖານະຝ່າຍບໍລິຫານປະເທດຕ້ອງມີໜ້າທີ່ໃນການປົກປ້ອງພົນລະເຮືອນຜູ້ບໍລິສຸດ.