ເດືອນສິງຫາ 2022 ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ອ່ອນຄ່າ 17.28%, ທຽບໃສ່ບາດອ່ອນຄ່າ 16,6%

- 310025947 134649175979381 4176568730794188953 n - ເດືອນສິງຫາ  2022 ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ອ່ອນຄ່າ 17.28%, ທຽບໃສ່ບາດອ່ອນຄ່າ 16,6%
- kitchen vibe - ເດືອນສິງຫາ  2022 ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ອ່ອນຄ່າ 17.28%, ທຽບໃສ່ບາດອ່ອນຄ່າ 16,6%

ທະນາຄານແຫ່ງ ສປປ ລາວ ລາຍງານຜົນປະຊຸມສະພາບໍລິຫານ ທຫລ ຄັ້ງທີ II ປະຈໍາປີ 2022ວັນທີ 30 ກັນຍາ 2022 ນີໃຫ້ຮູ້ວ່າ: ທ່າມກາງສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ມີຄວາມສັບສົນ ແລະ ຜັນແປຕໍ່ເນື່ອງຈາກບັນຫາຄວາມຂັດແຍ່ງລະຫວ່າງລັດເຊຍ ແລະອູແກຮນໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງພາກພື້ນ ແລະ ສາກົນເຮັດໃຫ້ລາຄານໍ້າມັນ ແລະ ລາຄາສະບຽງອາຫານຢູ່ຕະຫຼາດສາກົນເພີ່ມຂຶ້ນສູງ, ຄວາມຜັນຜວນສູງຂອງລາຄາຄໍາ, ອັດຕາເງິນເຟີ້ຢູ່ຫຼາຍປະເທດໃນທົ່ວໂລກມີການເພີ່ມຂຶ້ນສູງໃນຮອບຫຼາຍທົດສະວັດເປັນປະຫວັດການເປັນຕົ້ນແມ່ນ: ໃນເດືອນ ສິງຫາ 2022 ຢູ່ ສະຫະລັດອາເມລິກາ ແມ່ນ 8.3%, ລັດເຊຍ 14,3%, ອັງກິດ 9,9%, ໄທ 7.86% ແລະ ມົງໂກນ 14,4%. ເພື່ອຮັບມືກັບການເພີ່ມຂຶ້ນຂອງອັດຕາເງິນເຟີ້, ທະນາຄານກາງຂອງສະຫະລັດອາເມລິກາ ໄດ້ປັບຂຶ້ນອັດຕາດອກເບ້ຍນະໂຍບາຍແຕ່ເດືອນ ມິຖຸນາ-ກັນຍາຢູ່ໃນລະດັບ 0.75% ຕໍ່ຄັ້ງ ຈົນມາຢູ່ໃນລະດັບ 3.25% ຊຶ່ງສູງສຸດໃນຮອບ 28 ປີ ສົ່ງຜົນໃຫ້ເງິນໂດລາແຂງຄ່າຂຶ້ນຫຼາຍຈົນຢູ່ໃນລະດັບທີ່ແຂງກວ່າເງິນເອີໂຣ ໃນທ້າຍເດືອນສິງຫາ 2022 ແລະ ບັນດາຄ່າເງິນໃນພາກພື້ນ ແລະ ສາກົນອ່ອນຄ່າລົງທຽບໃສ່ເງິນໂດລາ, ໃນເດືອນກັນຍາ ປີ 2022 ເງິນເຢນທຽບໂດລາ ອ່ອນຄ່າ 22.8%, ເງິນເອີໂຣອ່ອນຄ່າ 15.7%, ເງິນບາດອ່ອນຄ່າ 10.3% ທຽບໃສ່ໄລຍະດຽວກັນຂອງປີ 2021.

ສະເພາະ ຢູ່ ສປປ ລາວທີ່ເປັນປະເທດທີ່ມີຂະໜາດເສດຖະກິດຂະໜາດນ້ອຍ, ພື້ນຖານເສດຖະກິດຍັງບໍ່ໜັກແໜ້ນ, ມີການເຊື່ອມໂຍງທາງດ້ານຕະຫຼາດທຶນ ແລະ ຕະຫຼາດເງິນນຳສາກົນ ແລະ ເປັນປະເທດທີ່ມີການນຳເຂົ້າສູງ, ຈຶ່ງຫຼີກລ່ຽງບໍ່ໄດ້ຕໍ່ຜົນກະທົບຈາກຄວາມຜັນຜວນຂອງສາກົນ. ຊຶ່ງຜົນກະທົບເຫັນໄດ້ຊັດເຈນແມ່ນອັດຕາເງິນເຟີ້ ເພີ່ມຂຶ້ນສູງສຸດໃນຮອບ 20 ກວ່າປີ ທີ່ລະດັບ 30,01% (ໃນເດືອນ 8/2022), ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ອ່ອນຄ່າ 17.28%, ທຽບໃສ່ບາດອ່ອນຄ່າ 16,6% ກອງປະຊຸມໃນຄັ້ງນີ້ຈຶ່ງໄດ້ປຶກສາຫາລືບັນດາມາດຕະການຕອບຕ້ານຕໍ່ຜົນກະທົບດັ່ງກ່າວ, ພ້ອມທັງປຶກສາຫາລືໜ້າວຽກທີ່ພົ້ນເດັ່ນ 4 ໜ້າວຽກ ຄື: ການເຄື່ອນໄຫວວຽກງານພົ້ນເດັ່ນຂອງ ທຫລ 8 ເດືອນຕົ້ນປີ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2022; ການຈັດຕັ້ງປະຕິບັດແຜນເງິນຕາຂອງ ທຫລ 8 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ4 ເດືອນທ້າຍປີ 2022; ການຈັດຕັ້ງປະຕິບັດແຜນງົບປະມານຂອງ ທຫລ 6 ເດືອນຕົ້ນປີ, ຄາດຄະເນປະຕິບັດ 6 ເດືອນທ້າຍປີ ແລະ ສະເໜີດັດແກ້ແຜນງົບປະມານ ປະຈຳປີ 2022 ແລະ ການລາຍງານຄວາມຄືບໜ້າຂອງໂຄງການເງິນກູ້ຈາກ ທະນາຄານພັດທະນາແຫ່ງຊາດຈີນ (CDB) ເພື່ອສົ່ງເສີມ SME ໃນ ສປປ ລາວ.

ຈາກການລາຍງານກອງປະຊຸມດັ່ງກ່າວນີ້ ເຫັນໄດ້ວ່າເປັນການສະຫລຸບຕົວເລກດ້ານອັດຕາແລກປ່ຽນໃນໄລຍະຜ່ານມາ ຕາມສູນສະຖິຕິແຫ່ງຊາດ  ເຊິ່ງສາເຫດການອ່ອນຄ່າຂອງເງິນກີບ ຫາກອີງໃສ່ຕາມການລາຍງານນີ້ແມ່ນຍ້ອນອັດຕາເງິນເຟີ້ ແລະ ການປັບຂຶ້ນດອກເບ້ຍໃນຫລາຍປະເທດທົ່ວໂລກ ແຕ່ເຖິງຢ່າງໃດກໍຕາມ ຍັງບໍ່ການອອກນະໂຍບາຍ, ມາດຕະການແກ້ໄຂເງິນເຟີ້ ແລະ ເງິນກີບອ່ອນຄ່າຢ່າງເປັນຮູບປະທຳ ອັນເປັນສິ່ງທີ່ປະຊາຊົນຄາດຫວັງໄວ້.

 

- 3 - ເດືອນສິງຫາ  2022 ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ອ່ອນຄ່າ 17.28%, ທຽບໃສ່ບາດອ່ອນຄ່າ 16,6%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!