ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ

- index - ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ
- kitchen vibe - ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ

ອົງການອະນາໄມໂລກ (WHO) ກຳລັງຕັ້ງເຕັ້ນເພື່ອປິ່ນປົວຜູ້ຕິດເຊື້ອພະຍາດອະຫິວາໃນໄຮຕິ ແລະ ຈະຮ້ອງຂໍການຈັດຫາວັກຊີນຊະນິດຮັບປະທານເພື່ອປ້ອງກັນພະຍາດນີ້ ເຊິ່ງກັບມາລະບາດອີກໂດຍບໍ່ຄາດຄິດ, ຂະນະທີ່ປະເທດຢຸດສະງັກຈາກການປິດກັ້ນຂອງແກ້ງອາດຊະຍາກຳ.

ວັນທີ 5 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ມາຮອດປັດຈຸບັນ ໄຮຕິມີລາຍງານຜູ້ເສຍຊີວິດຈາກພະຍາດອະຫິວາແລ້ວຢ່າງໜ້ອຍ 7 ຄົນ. ຂະນະທີ່ WHO ກ່າວເຕືອນວ່າ: ຜູ້ຕິດເຊື້ອກ່ອນໜ້ານີ້ບາງຄົນອາດບໍ່ມີການກວດພົບເຊື້ອ ແລະ ຄາດວ່າຈຳນວນຜູ້ຕິດເຊື້ອຈະເພີ່ມຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ

ເຖິງວ່າ WHO ແລະ ພັນທະມິດກຳລັງຈັດຕັ້ງສູນປິ່ນປົວພະຍາດອະຫິວາ ໃນຮູບແບບເຕັ້ນຫລາຍດາງ ຕະຫລອດຈົນການຈັດຫາຢາ ແລະ ອຸປະກອນຕ່າງໆ ແຕ່ຍັງບໍ່ແນ່ນອນວ່າ: ພະຍາດອະຫິວາກັບມາແພ່ລະບາດໃນໄຮຕິອີກໄດ້ແນວໃດ.

ຂະນະທີ່ ສຳນັກງານບູລະນະການຂອງຮອງຜູ້ແທນພິເສດ ຜູ້ປະສານງານສະຫະປະຊາຊາດ ແລະ ຜູ້ປະສານງານດ້ານມະນຸດສະທຳປະຈຳໄຮຕິ ກ່າວໃນຖະແຫລງການວ່າ: ການຄວບຄຸມການລະບາດຂອງພະຍາດອະຫິວາຈະຂຶ້ນຢູ່ກັບ ການຢຸດຕິການປິດລ້ອມຂອງແກ້ງອາດຊະຍາກຳ.

- 5 - ອົງການອະນາໄມໂລກຂໍວັກຊີນປ້ອງກັນອະຫິວາໃຫ້ໄຮຕິ ຄາດວ່າການແພ່ລະບາດອາດລຸກລາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!