ເອົາໃຈໃສ່ປ້ອງກັນງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2022 ໃຫ້ມີຄວາມສະຫງົບ 100%

- 666 scaled - ເອົາໃຈໃສ່ປ້ອງກັນງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2022 ໃຫ້ມີຄວາມສະຫງົບ 100%
- kitchen vibe - ເອົາໃຈໃສ່ປ້ອງກັນງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2022 ໃຫ້ມີຄວາມສະຫງົບ 100%
ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ວັນທີ 7 ຕຸລາ 2022 ນີ້ວ່າ: 
– ເອົາໃຈໃສ່ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນໍາພາ ພະນັກງານ-ນັກຮົບ ໃນຄວາມຮັບຜິດຊອບຂອງຕົນ
– ປ້ອງກັນຕິດຕາມສະພາບການຕະຫຼອດ 24 ຊົ່ວໂມງ
– ເພີ່ມທະວີການນໍາພາເຄື່ອນໄຫວວຽກງານວິຊາສະເພາະ ຕາມພາລະບົດບາດໃນການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ເປັນຕົ້ນແມ່ນ: ປຸ້ນຊັບ, ຊີງຊັບ, ແຫກກະເປົ່າ ແລະ ອື່ນໆ, ເອົາໃຈໃສ່ກວດກາລຽບຕາມຊາຍແດນ ເພື່ອປ້ອງກັນການລັກລອບເຂົ້າປະເທດ
– ພ້ອມທັງປະສານສົມທົບກັນຢ່າກົມກຽວກັບພາກສ່ວນກ່ຽວຂ້ອງ ແນໃສ່ຮັບປະກັນບໍ່ໃຫ້ເກີດບັນດາປະກົດການຫຍໍ້ທໍ້ຕ່າງໆ
– ຮັບປະກັນໃຫ້ປະຊາຊົນລາວ ແລະ ຊາວຕ່າງປະເທດ ທີ່ມາທ່ຽວງານບຸນອອກພັນສາປະວໍລະນາ ແລະ ງານບຸນຊ່ວງເຮືອທ່າວັດຈັນ ໃນຄັ້ງນີ້ ມີຄວາມປອດໄພ ແລະ ຮັບປະກັນໃຫ້ງານບຸນດັ່ງກ່າວ​ ມີຄວາມສະຫງົບ 100%.
- 4 - ເອົາໃຈໃສ່ປ້ອງກັນງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2022 ໃຫ້ມີຄວາມສະຫງົບ 100%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!