ເຄັດລັບຫ່າງໄກຈາກສິວອັດຕັນ

- 012408 2017 -  ເຄັດລັບຫ່າງໄກຈາກສິວອັດຕັນ
- Untitled design 1 -  ເຄັດລັບຫ່າງໄກຈາກສິວອັດຕັນ

ສາເຫດຂອງສິວອັດຕັນເກີດຈາກການອັດຕັນສະສົມຢູ່ໃນທໍ່ເປີດຂອງຕ່ອມໄຂມັນ ແລະ ຮູຂຸມຂົນ ຖ້າເຮົາສັງເກດດີໆຈະເຫັນ ຈຸດດຳໆຢູ່ທາງກາງນຳ ເຊິ່ງຈຸດເຫລົ່ານີ້ແມ່ນກຸ່ມແຊນຜິວໜັງທີ່ຕາຍແລ້ວ. ປັດໄຈທີ່ເຮັດໃຫ້ເກີດສິວອາດຈະເກີດໄດ້ຈາກຫລາຍສາເຫດ ເຊັ່ນ : ແພ້ອາຫານ, ສະພາບອາກາດ, ຄວາມເຄັ່ງຄຽດ ເປັນຕົ້ນ ແລະ ຕໍ່ໄປນີ້ແມ່ນວິທີງ່າຍໆໃນເບື້ອງຕົ້ນໃນການກຳຈັດ ແລະ ປ້ອງກັນສິວອັດຕັນ.

– ເຊົານອນເດິກ : ສາເຫດໃຫຍ່ຂອງການເກີດສິວມີມາຈາກການນອນເດິກຈົນເກີນໄປ ຮ່າງກາຍບໍ່ສາມາດພັກຜ່ອນໄດ້ເຕັມທີ່ ຫາກເຮົາເຂົ້ານອນໄວ ຮ່າງກາຍກໍຈະໄດ້ພັກຜ່ອນໄດ້ເຕັມທີ່ຟື້ນຟູຮ່າງກາຍພາກສ່ວນທີ່ເສື່ອມສະພາບຕ່າງໆໃນຮ່າງກາຍ ຮໍໂມນກໍຈະເຮັດວຽກໄດ້ເປັນປົກກະຕິ ກໍບໍ່ເຮັດໃຫ້ເກີດສິວຢູ່ຜິວໜ້າ.

– ອາຫານ : ອາຫານຈຳພວກຈືນຕ່າງໆ ຫລື ອາຫານທີ່ມີໄຂມັນຫລາຍຫາກຫລີກເວັ້ນໄດ້ກໍຄວນຫລີກເວັ້ນຈະດີກ່ວາ ເພາະອາຫານເຫລົ່ານີ້ຈະເຮັດໃຫ້ເກີດປະລິມານໄຂມັນຂຶ້ນມາບໍລິເວນໃບໜ້າຫລາຍ ເຮັດໃຫ້ຮູຂຸມຂົນເກີດການອັດຕັນໄດ້ງ່າຍ ແລ້ວສິວກໍຈະຕາມມາ.

– ຂີ້ຝຸ່ນ ຫລື ຄັວນ : ມີຢູ່ທົ່ວໄປ ທັງເໝັນ, ທັງເປິເປື້ອນ ສົ່ງຜົນຮ້າຍຕໍ່ຊີວິດ ແລະ ສະພາບຮ່າງກາຍເຮົາຢູ່ແລ້ວ ຄວນຫລີກເວັ້ນ. ຄວາມເປິເປື້ອນຈະເຂົ້າມາຈັບຜິວໜ້າໄດ້ງ່າຍຈົນເຮັດໃຫ້ເກີດສິວໄວ ແລະ ງ່າຍກ່ວາປົກກະຕິ ຫລື ຍິ່ງຖ້າເຮົາເປັນສິວຢູ່ແລ້ວ ຄວາມເປິເປື້ອນແບບນີ້ຈະຍິ່ງເຮັດໃຫ້ພາກສ່ວນທີ່ເປັນສິວຢູ່ນັ້ນລຸກລາມເກີດການຕິດເຊື້ອເປັນສິວເຕັມໜ້າຈົນຍາກທີ່ຈະປິ່ນປົວກໍເປັນໄດ້.

– ເຄື່ອງສຳອາງ : ສິ່ງທີ່ເປັນອັນຕະລາຍອີກຢ່າງໜຶ່ງກໍແມ່ນເຄື່ອງສຳອາງທີ່ມີສານເຄມີທຳລາຍຜິວໜ້າເຮົາໃຫ້ເກີດສິວອັດຕັນໄດ້ງ່າຍຫລາຍໆ ຮ້າຍແຮງກ່ວານັ້ນເຄື່ອງສຳອາງທີ່ມີສານອັນຕະລາຍມັກສະແດງລາຍລະອຽດໄວ້ເທິງສະຫລາກບໍ່ຄົບ ຫາກມີອາການລະຄາຍເຄືອງຕໍ່ຜິວຄວນເຊົາໃຊ້ ນອກຈາກຈະເປັນສິວອັດຕັນແລ້ວ ຜົນຮ້າຍຍັງຈະຕາມມາອີກຫລາຍ.

– ລ້າງໜ້າໃຫ້ສະອາດ : ຖ້າເປັນໄປໄດ້ຄວນລ້າງໜ້າດ້ວຍນຳ້ອຸ່ນກ່ອນເພື່ອເປີດຂະຫຍາຍຮູຂຸມຂົນ ສິ່ງເປິເປື້ອນຈະໄດ້ຫລຸດອອກມາ, ບີບໂຟມລົງໃສ່ຝາມືຖູຈົນເກີດຟອງແລ້ວຈຶ່ງເອົາມາຖູໃສ່ໃບໜ້າ ຈົນຮູ້ສຶກວ່າສະອາດດີແລ້ວ ຈຶ່ງລ້າງອອກໂດຍນຳ້ອຸ່ນ ຫລື ນຳ້ທຳມະດາ ແລ້ວສິ້ນສຸດໂດຍການລ້າງໂດຍນຳ້ເຢັນເພື່ອປິດຮູຂຸມຂົນອີກເທື່ອໜຶ່ງ. ກ່ອນນອນກໍຄວນຈະລ້າງເຄື່ອງສຳອາງອອກໃຫ້ສະອາດທຸກເທື່ອ ເພາະມັນເປັນສາເຫດໜຶ່ງຂອງການເກີດສິວອັດຕັນ.

-    AD conten website -  ເຄັດລັບຫ່າງໄກຈາກສິວອັດຕັນ
- lattana banner -  ເຄັດລັບຫ່າງໄກຈາກສິວອັດຕັນ
- lattana banner 1 -  ເຄັດລັບຫ່າງໄກຈາກສິວອັດຕັນ
error: Alert: ເນື້ອຫາຂ່າວມີລິຂະສິດ !!