IMF ຫລຸດການຄາດຄະເນເສດຖະກິດໂລກປີໜ້າເຫລືອ 2,7% ພ້ອມເຕືອນສະຖານະການ “ຮ້າຍແຮງທີ່ສຸດ” ກຳລັງຖ້າຢູ່ທາງໜ້າ

- 107132354 1665477409978 GettyImages 1242124977 - IMF ຫລຸດການຄາດຄະເນເສດຖະກິດໂລກປີໜ້າເຫລືອ 2,7% ພ້ອມເຕືອນສະຖານະການ “ຮ້າຍແຮງທີ່ສຸດ” ກຳລັງຖ້າຢູ່ທາງໜ້າ
- kitchen vibe - IMF ຫລຸດການຄາດຄະເນເສດຖະກິດໂລກປີໜ້າເຫລືອ 2,7% ພ້ອມເຕືອນສະຖານະການ “ຮ້າຍແຮງທີ່ສຸດ” ກຳລັງຖ້າຢູ່ທາງໜ້າ

ກອງທຶນການເງິນສາກົນ (IMF) ໄດ້ຫລຸດຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກໃນປີ 2023 ຈາກລະດັບ 2,9% ມາຢູ່ 2,7% ເຊິ່ງເປັນການເຕີບໃຫຍ່ອ່ອນແອນທີ່ສຸດນັບແຕ່ປີ 2001 ໃນລາຍງານທ່າອ່ຽງເສດຖະກິດໂລກ ຫລື World Economic Outlook ເຊິ່ງເປີດເຜີຍໃນວັນທີ 11 ຕຸລາຜ່ານມາ ພ້ອມເຕືອນວ່າສະຖານະການເສດຖະກິດໂລກໃນປີ 2023 ຈະເຮັດໃຫ້ຫລາຍລ້ານຊີວິດຕ້ອງຜະເຊີນສະພາບຫລຸດຖອຍຢ່າງຮຸນແຮງ.

ລາຍງານຂອງ IMF ຍັງລະບຸອີກວ່າ: ທ່າອ່ຽງຄາດຄະເນສະຖານະການເສດຖະກິດໃນປີ 2023 ຈະເປັນການເຕີບໃຫຍ່ແບບອ່ອນແອທີ່ສຸດໃນໂລກນັບແຕ່ປີ 2001 ນອກຈາກວິກິດການເງິນໂລກ ແລະ ບັນຫາການລະບາດຢ່າງໜັກຂອງໂຄວິດ ໂດຍລວມຍອດຜະລິດຕະພັນພາຍໃນ (GDP) ໂລກປີ 2022 ຈະຍັງຄືເກົ່າ 3,2% ເຊິ່ງຫລຸດລົງຈາກ GDP ໃນປີ 2021 ເຊິ່ງຢູ່ລະດັບ 6%.

- Visit Laos Visit SALANA BOUTIQUE HOTEL - IMF ຫລຸດການຄາດຄະເນເສດຖະກິດໂລກປີໜ້າເຫລືອ 2,7% ພ້ອມເຕືອນສະຖານະການ “ຮ້າຍແຮງທີ່ສຸດ” ກຳລັງຖ້າຢູ່ທາງໜ້າ

ລາຍງານລະບຸວ່າ: ເສດຖະກິດໂລກຫລາຍກວ່າ 1 ໃນ 3 ຂອງປະເທດຕ່າງໆ ຈະຜະເຊີນສະພາບເສດຖະກິດຫົດຕົວໃນປີນີ້ ຫລື ປີໜ້າ ຄືມີການເຕີບໃຫຍ່ຫລຸດລົງ 2 ໄຕມາດຕໍ່ເນື່ອງກັນ. ຂະນະທີ່ການຂະຫຍາຍຕົວຂອງອາເມລິກາ, ສະຫະພາບເອີຣົບ ແລະ ຈີນ ຈະຊ້າລົງ.

Pierre-Olivier Gourinchas ຫົວໜ້ານັກເສດຖະສາດຂອງ IMF ໃຫ້ສຳພາດຕໍ່ CNBC ວ່າ: ເສດຖະກິດໂລກຈະຜະເຊີນຄວາມເຈັບປວດໃນປີນີ້ ຫລາຍປະເທດຈະຜະເຊີນການຂະຫຍາຍຕົວຊ້າ ໂດຍປັດໄຈທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກ ໄດ້ແກ່ ກໍລະນີຣັດເຊຍສົ່ງກຳລັງທະຫານໂຈມຕີອູແກຣນ, ວິກິດຄ່າຄອງຊີບ ແລະ ການຂະຫຍາຍຕົວຊ້າລົງຂອງເສດຖະກິດຈີນ ເຊິ່ງຈະເຮັດໃຫ້ເກີດຄວາມຜັນຜວນທາງເສດຖະກິດ, ພູມລັດຖະສາດ ແລະ ນິເວດວິທະຍາ.

IMF ຄາດຄະເນວ່າ: ສະພາບເງິນເຟີ້ທົ່ວໂລກຈະເຖິງຈຸດສູງສຸດໃນທ້າຍປີນີ້ ໂດຍຢູ່ລະດັບ 8,8% ຈາກລະດັບ 4,7% ໃນປີ 2021 ກ່ອນຈະຊ້າລົງສູ່ລະດັບ 6,5% ໃນປີ 2023 ແລະ ເຖິງລະດັບ 4,1% ໃນປີ 2024 ໂດຍ IMF ເບິ່ງວ່າສ່ວນໜຶ່ງຂອງເງິນເຟີ້ທີ່ຫລຸດລົງ ເປັນຜົນຈາກຄວາມເຂັ້ມງວດຂອງນະໂຍບາຍການເງິນທົ່ວໂລກເພື່ອຕໍ່ສູ້ສະພາບເງິນເຟີ້ ແລະ “ການແຂງຄ່າຢ່າງແຂງແຮງ” ຂອງໂດລາສະຫະລັດເມື່ອທຽບໃສ່ສະກຸນເງິນອື່ນໆ.

ຂະນະດຽວກັນ, ນະໂຍບາຍ Zero-COVID ຂອງຈີນ ແລະ ຜົນໄດ້ຮັບຈາກການລັອກດາວ ຈະຍັງເປັນອຸປະສັກຕໍ່ການເຕີບໃຫຍ່ຂອງເສດຖະກິດທີ່ມີຂະໜາດໃຫຍ່ເປັນອັນດັບສອງຂອງໂລກ. ຂະນະທີ່ຂະແໜງອະສັງຫາລິມະຊັບ ເຊິ່ງມີອັດຕາເປັນ 1 ໃນ 5 ຂອງເສດຖະກິດປະເທດ ຍັງໜ້າເປັນຫ່ວງຈາກບັນຫາໜີ້ ແລະ ສະພາບຄ່ອງ.

ທັງນີ້, IMF ປັບຫລຸດຕົວເລກຄາດຄະເນການຂະຫຍາຍຕົວເສດຖະກິດອາເມລິກາໃນປີນີ້ສູ່ລະດັບ 1,6% ແລະ ປີໜ້າຫລຸດລົງ 1% ໂດຍໄດ້ຮັບຜົນກະທົບຈາກການເລັ່ງປັບຂຶ້ນອັດຕາດອກເບ້ຍຂອງທະນາຄານກາງອາເມລິກາ (Fed).

ຂະນະດຽວກັນ, IMF ຍັງໄດ້ປັບຫລຸດຄາດຄະເນການຂະຫຍາຍຕົວຂອງເສດຖະກິດຈີນໃນປີນີ້ສູ່ລະດັບ 3,2% ແລະ ປີໜ້າ 4,4% ເນື່ອງຈາກຖືກກະທົບຈາກການໃຊ້ມາດຕະການເຂັ້ມງວດການແພ່ລະບາດຂອງໂຄວິດ ແລະ ວິກິດໃນຂະແໜງອະສັງຫາລິມະຊັບ.

ສຳລັບຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາ ຜົນກະທົບໃນປີ 2023 ຈະເປັນການ “ເປີດບາດແຜທາງເສດຖະກິດທີ່ຫາກໍຮັກສາໄດ້ພຽງບາງສ່ວນ ຫລັງການລະບາດໃຫຍ່ຂອງໂຄວິດ”.

ສ່ວນເສດຖະກິດຂອງເຂດໃຊ້ເງິນເອີໂຣຈະເພີ່ມຂຶ້ນ 0,5% ໃນປີນີ້ ເນື່ອງຈາກລາຄາພະລັງງານສູງຂຶ້ນ ເພື່ອສົງຄາມໃນອູແກຣນ.

ອ້າງອີງ:

https://www.cnbc.com/2022/10/11/imf-cuts-global-growth-forecast-for-2023-warns-worst-is-yet-to-come.html

- 5 - IMF ຫລຸດການຄາດຄະເນເສດຖະກິດໂລກປີໜ້າເຫລືອ 2,7% ພ້ອມເຕືອນສະຖານະການ “ຮ້າຍແຮງທີ່ສຸດ” ກຳລັງຖ້າຢູ່ທາງໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!