10 ສິ່ງທີ່ຄວນລະວັງ ເມື່ອໃຊ້ຫ້ອງນ້ຳສາທາລະນະ
October 13, 2022 - 11:51 AM


ຫ້ອງນ້ຳສາທາລະນະ ເປັນສະຖານທີ່ລວມເຊື້ອພະຍາດຫາກໃຊ້ຢ່າງບໍ່ລະມັດລະວັງ ນອກຈາກຕ້ອງເລືອກຫ້ອງນ້ຳທີ່ສະອາດເຮັດຄວາມສະອາດລະຫວ່າງມື້ເປັນປະຈຳໆ ເພື່ອຫລຸດການສະສົມຂອງເຊື້ອພະຍາດແລ້ວ ຍັງຕ້ອງລະວັງບໍ່ແຜ່ເຊື້ອພະຍາດຈາກຕົນເອງສູ່ຜູ້ອື່ນພ້ອມ ເຊິ່ງມື້ນີ້ຈະມາແນະນຳວິທີການໃຊ້ຫ້ອງນ້ຳສາທາລະນະໃຫ້ປອດໄພຈາກເຊື້ອພະຍາດເອົາໄວ້ດັ່ງນີ້:
10 ສິ່ງທີ່ຄວນລະວັງ ເມື່ອໃຊ້ຫ້ອງນ້ຳສາທາລະນະ
- ເລືອກຫ້ອງນ້ຳທີ່ມີຄົນໃຊ້ໜ້ອຍ ອາດຈະເປັນໂຊນທີ່ບໍ່ຄ່ອຍມີຄົນໃຊ້ ຫ້ອງນ້ຳຊັ້ນທີ່ບໍ່ຄ່ອຍມີຄົນຫລາຍ ຫລື ຫ້ອງນ້ຳສຸດທ້າຍທາງໃນສຸດ ເປັນຕົ້ນ. (ຂໍ້ຄວນລະວັງ ຫາກສະຖານທີ່ເບິ່ງບໍ່ຄ່ອຍໜ້າໄວ້ໃຈ ຫຼື ງຽບຜິດປົກກະຕິບໍ່ມີຄົນໃຊ້ບໍລິການເລີຍພຽງແຕ່ຄົນດຽວ ຄວນໄປຫ້ອງນ້ຳກັບໝູ່)
- ສຳຜັດກັບສິ່ງຕ່າງໆ ໃນຫ້ອງນ້ຳໂດຍກົງໃຫ້ໜ້ອຍທີ່ສຸດ ເຊັ່ນ ອາດຈະວາງທິດຊູເທິງລູກບິດປະຕູ ຫຼື ບ່ອນກົດຊັກໂຄກກ່ອນໃຊ້ ເປັນຕົ້ນ
- ທຳຄວາມສະອາດບ່ອນຮອງນັ່ງຊັກໂຄກກ່ອນນັ່ງທຸກຄັ້ງດ້ວຍທິດຊູແບບປຽກຊະນິດຂ້າເຊື້ອ ຫຼື ນ້ຳຢາຂ້າເຊື້ອທີ່ຫ້ອງນ້ຳສາທາລະນະບາງບ່ອນທີ່ມີໄວ້ບໍລິການ ຫຼື ອາດຖືສະເປສີດແອວກໍຮໍ ຫຼື ວາງເຈ້ຍຮອງນັ່ງເທິງບ່ອນນັ່ງຊັກໂຄກ ບໍ່ນັ່ງລົງໄປບ່ອນຮອງນັ່ງຊັກໂຄກທີ່ປຽກນ້ຳ ເພາະອາດສ່ຽງຮັບເຊື້ອພະຍາດມາໄດ້
- ບໍ່ຢຽບເທິງບ່ອນຮອງນັ່ງຊັກໂຄກ ເຖິງແມ່ນວ່າຈະຢ້ານສຳຜັດກັບເຊື້ອພະຍາດ ແຕ່ສ່ຽງຊັກໂຄກແຕກ ແລະ ບາດເປັນແຜໄດ້ ຫຼື ອາດສ່ຽງມື່ນລົົ້ມຈາກບ່ອນນັ່ງຊັກໂຄກທີ່ຢຽບໄດ້ບໍ່ສະດວກ ເພາະບ່ອນຮອງນັ່ງບໍ່ໄດ້ອອກແບບມາໃຫ້ໃຊ້ຕີນຢຽບ
- ໃຊ້ເວລາໃນຫ້ອງນ້ຳໃຫ້ໜ້ອຍທີ່ສຸດ ບໍ່ນັ່ງໂອ້ເອ້ຈົນເພີນເປັນເວລາດົນຫຼາຍເກີນໄປ
- ບໍ່ຄວນໃຊ້ໂທລະສັບມືຖື ຫຼື ແທັບເລັດ ຂະນະເຂົ້າຫ້ອງນ້ຳສາທາລະນະເພື່ອປ້ອງກັນຄວາມສ່ຽງທີ່ເຮົາຈະໃຊ້ມືສຳຜັດສິ່ງຕ່າງໆ ໃນຫ້ອງນ້ຳແລ້ວມາສຳຜັດກັບໜ້າຈໍໂທລະສັັບມືຖື ຫຼື ແທັບເລັດ
- ປິດຝາຊັກໂຄກທຸກຄັ້ງເມື່ອກົດຊັກໂຄກ ເພື່ອປ້ອງກັນເຊື້ອພະຍາດແຜ່ກະຈາຍຈາກຊັກໂຄກ
- ຖ້າຫາກເປັນຫ້ອງນ້ຳທີ່ໃຊ້ໂອຕັກນ້ຳຈາກອ່າງ ຫຼື ພາຊະນະຮອງນ້ຳ ບໍ່ຄວນໃຊ້ນ້ຳຈາກພາຊະນະຮອງນ້ຳມາທຳຄວາມສະອາດອະໄວຍະວະຂອງເຮົາ ຄວນເປີດເອົານ້ຳຈາກກັອກມາໃຊ້ໂດຍກົງ ເພື່ອປ້ອງກັນເຊື້ອພະຍາດສະສົມທີ່ຢູ່ໃນພາຊະນະຮອງນ້ຳນັ້ນໆ
- ຖ້າຫາກເປັນຫ້ອງນ້ຳທີ່ທຳຄວາມສະອາດອະໄວຍະວະດ້ວຍສາຍສີດ ຄວນສີດນ້ຳຈາກສາຍສີດຖິ້ໃມໄປກ່ອນປະມານ 1 ນາທີ ເພື່ອປ້ອງກັນເຊື້ອພະຍາດທີ່ປະປົນບໍລິເວນຮອບໆ ສາຍສີດ
- ລ້າງມືທຸກຄັ້ງທີ່ເຂົ້າຫ້ອງນ້ຳ ເພາະເຮົາອາດຈະໄດ້ຮັບເຊື້ອພະຍາດຕິດມືມາຈາກບ່ອນໃດບ່ອນໜຶ່ງໃນຫ້ອງນ້ຳ ຄວນລ້າງມືໃສ່ສະບູໃຫ້ສະອາດ ແລະ ເຊັດໃຫ້ແຫ້ງດ້ວຍເຈ້ຍທິດຊູເຊັດມື ຫາກຢູ່ຫ້ອງນ້ຳບໍ່ມີສະບູ ສາມາດລ້າງມືດ້ວຍນ້ຳສະອາດດົນໆ ຫຼາຍໆ ເທື່ອໄດ້ ຫຼື ອາດຈະໃຊ້ເຈວ ຫຼື ສະເປແອວກໍຮໍທີ່ຖືຕິດຕົວໄປນຳມາໃຊ້ໄດ້.