ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ

- 311809364 476587534489082 2767055024549566267 n - ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ
- kitchen vibe - ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ
ວັນທີ 12-13 ຕຸລາ 2022 ທີ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ມີພິທີການຕິດແຜ່ນກາໝາຍນໍາໃຊ້ QR code ເພື່ອຕິດໃສ່ລົດຂອງລັດທີ່ຂຶ້ນກັບຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ຂຶ້ນຢ່າງເປັນທາງການ ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021.
ການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ ແມ່ນໄດ້ຈັດຕັ້ງປະຕິບັດຕາມມາດຕາ 17 ດໍາລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ ແລະ ປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2115/ກງ ລົງວັນທີ 13 ກໍລະກົດ 2022 ເຊິ່ງລົດຂອງລັດ ແມ່ນຕ້ອງຖືກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ ການນໍາໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ ມີຄວາມໂປ່ງໃສ ສາມາດກວດສອບໄດ້.
- 311775520 476587457822423 5620496400370537559 n - ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ
ພ້ອມນັ້ນ ໃນການນໍາໃຊ້ລົດທຸກຄັ້ງ ຕ້ອງໄດ້ຈອດໄວ້ບ່ອນຈອດສະເພາະຢູ່ສໍານັກງານຂອງຂະແໜງການຂອງຕົນທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖຶກຕ້ອງ ເພື່ອໃຫ້ຮັບປະກັນການເຄື່ອນໄຫວວຽກງານລວມ ແລະ ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ ການຈັດພີມ ແລະ ຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ QR code ແມ່ນຕ້ອງໄດ້ບັນທຶກຂໍ້ມູນເຂົ້າໃນລະບົບໂປຣແກຣມ ຄຸ້ມຄອງຂໍ້ມູນຊັບສິນຂອງລັດ AMIS ເຊິ່ງສາມາດກວດກາໄດ້ໂດຍຜ່ານການສະແກນ QR code ຖ້າຫາກລົດຄັນໃດທີ່ຕິດປ້າຍທະບຽນລັດບໍລິຫານ ຫາກບໍ່ມີ QR code ແມ່ນໃຫ້ຖອນຄືນການນໍາໃຊ້ ຫຼື ແກ້ໄຂຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
- 3 - ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ
- 5 - ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ
- 4 - ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ