ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ

- 1200x 1 - ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ
- kitchen vibe - ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ

ເຈົ້າໜ້າທີ່ກູ້ໄພຂອງຕວກກີດຳເນີນການຂຸດເຈາະກັນຢ່າງຕໍ່ເນື່ອງໝົດຄືນ ເພື່ອພະຍາຍາມຊ່ວຍເຫລືອກຸ່ມກຳມະກອນຫລາຍສິບຊີວິດທີ່ຕົກຄ້າງຢູ່ໃນບໍ່ຖ່ານຫີນໃຕ້ດິນໃນແຂວງບາຣຕິນ ທາງຕອນເໜືອຂອງຕວກກີ ຫລັງເກີດເຫດລະເບີດພາຍໃນບໍ່ຖ່ານຫີນລະດັບຄວາມເລິກ 300 ກວ່າແມັດ ໃນເວລາ 15:15 ໂມງ ຂອງວັນທີ 14 ຕຸລາ ສົ່ງຜົນໃຫ້ມີກຳມະກອນເສຍຊີວິດແລ້ວຢ່າງໜ້ອຍ 40 ຄົນ.

ບໍ່ຖ່ານຫີນທີ່ເກີດເຫດຊື່ວ່າ: TTK Amasra Muessese Mudurlugu ເປັນບໍ່ຖ່ານຫີນຂອງລັດພາຍໃນເມືອງອາມາສຣາ ເຊິ່ງເປັນເມືອງທ່າໃນທະເລດຳ ໂດຍ Suleyman Soylu ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຕວກກີ ເປີດເຜີຍວ່າ: ໃນລະຫວ່າງເກີດເຫດມີກຳມະກອນຢູ່ພາຍໃນປະມານ 110 ຄົນ ໃນຈຳນວນນີ້ 49 ຄົນ ປະຕິບັດງານໃນພື້ນທີ່ສ່ຽງ ລະດັບຄວາມເລິກ 300 ແລະ 350 ແມັດ ແຕ່ຍັງບໍ່ສາມາດລະບຸແນ່ນອນໄດ້ວ່າມີກຳມະກອນຕົກຄ້າງຢູ່ພາຍໃນທັງໝົດຈັກຄົນ.

- Visit Laos Visit SALANA BOUTIQUE HOTEL - ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ

ເບື້ອງຕົ້ນທາງການຕວກກີລາຍງານວ່າ: ມີກຳມະກອນທີ່ໄດ້ຮັບການຊ່ວຍເຫລືອ ແລະ ລອດຊີວິດແລ້ວ 58 ຄົນ ໂດຍ 11 ຄົນຍັງຢູ່ລະຫວ່າງການປິ່ນປົວໃນໂຮງໝໍ.

ທັງນີ້, ປະຕິບັດການຂຸດເຈາະຊັ້ນຫີນເພື່ອຊ່ວຍກຳມະກອນທີ່ຕົກຄ້າງຢູ່ເປັນໄປຢ່າງຍາກລຳບາກ. ນອກຈາກນີ້ ຍັງມີລາຍງານວ່າແຮງລະເບີດທີ່ເກີດຂຶ້ນ ເຮັດໃຫ້ພາຍໃນບໍ່ຖ່ານຫີນພັງຖະຫລົ່ມລົງມາບາງສ່ວນ ແຕ່ບໍ່ມີໄຟໄໝ້ ແລະ ລະບົບລະບາຍອາກາດຍັງໃຊ້ໄດ້.

ສຳລັບສາເຫດການລະເບີດຍັງບໍ່ມີລາຍງານແນ່ນອນ ໂດຍລາຍງານຈາກລັດຖະມົນຕີພະລັງງານຕວກກີ ລະບຸຂໍ້ບົ່ງຊີ້ເບື້ອງຕົ້ນວ່າ: ເປັນຜົນຈາກແກັສມີເທນທີ່ກໍ່ຕົວພາຍໃນບໍ່ເກີດຕິດໄຟ ແລະ ເຮັດໃຫ້ເກີດລະເບີດຂຶ້ນ ເຊິ່ງຫລ້າສຸດສຳນັກງານໄອຍະການທ້ອງຖິ່ນໄດ້ເລີ່ມຕົ້ນດຳເນີນການສືບສວນຂໍ້ຄວາມຈິງແລ້ວ.

ສ່ວນປະທານາທິບໍດີ ເຣເຈບ ໄຕຢິບ ແອຣ໌ໂດອັນ ເປີດເຜີຍວ່າ: ໄດ້ຍົກເລີກກຳນົດທັງໝົດ ແລະ ຄາດວ່າຈະເດີນທາງລົງພື້ນທີ່ທັນທີ ພ້ອມສະແດງຄວາມຄາດຫວັງໃຫ້ຕົວເລກຜູ້ເສຍຊີວິດບໍ່ສູງຂຶ້ນ ແລະ ພົບກຳມະກອນທີ່ຍັງມີຊີວິດ ໂດຍຢືນຢັນວ່າທາງການໄດ້ທຸ້ມເທຄວາມພະຍາຍາມທັງໝົດເພື່ອເລັ່ງຊ່ວຍເຫລືອ.

ອ້າງອີງ:

https://www.aljazeera.com/news/2022/10/14/dozens-trapped-after-turkey-mine-blast-governor

- 3 - ບໍ່ຖ່ານຫີນໃຕ້ດິນລະເບີດໃນຕວກກີ ກຳມະກອນເສຍຊີວິດ 40 ກວ່າຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!