ກຳປູເຈຍປະກາດຫ້າມສົ່ງອອກນົມແມ່ໄປອາເມລິກາ

- kitchen vibe - ກຳປູເຈຍປະກາດຫ້າມສົ່ງອອກນົມແມ່ໄປອາເມລິກາ

- 1490693977187 960x0 300x169 - ກຳປູເຈຍປະກາດຫ້າມສົ່ງອອກນົມແມ່ໄປອາເມລິກາ
     ຂ່າວຕ່າງປະເທດລາຍງານວ່າ: ທາງການກຳປູເຈຍປະກາດຫ້າມຈຳໜ່າຍ ແລະ ສົ່ງອອກນ້ຳນົມຈາກແມ່ລູກອ່ອນໄປອາເມລິກາ, ພາຍຫລັງມີລາຍງານວ່າ: ທຸລະກິດດັ່ງກ່າວຖືກໃຊ້ເປັນຊ່ອງທາງໃນການຄ້າເຮັດກຳໄລຂອງບັນດາຍິງສາວໃນປະເທດທີ່ເອີ້ນໄດ້ວ່າທຸກຍາກປະເທດໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ຄຳສັ່ງດັ່ງກ່າວມີຂຶ້ນ ພາຍຫລັງລັດຖະບານສັ່ງຫ້າມບໍ່ໃຫ້ບໍລິສັດ ແອມໂບຣຊີ ແລບ ສົ່ງອອກນົມແມ່ໄປອາເມລິກາຊົ່ວຄາວ. ບໍ ລິສັດດັ່ງກ່າວອ້າງວ່າເປັນຜູ້ສົ່ງອອກນົມແມ່ໄປອາເມລິກາເປັນຜູ້ທຳອິດ ໂດຍໄດ້ຮັບນ້ຳນົມຈາກແມ່ລູກອ່ອນທຸກຍາກຊາວກຳປູເຈຍຢູ່ນະຄອນຫລວງພະນົມເປັນກ່ອນຈະສົ່ງໄປຂາຍຕໍ່ໃຫ້ບັນດາລູກຄ້າຢູ່ອາເມລິກາໃນລາຄາເພັກລະ 20 ໂດລາສະຫະລັດ ໂດຍແຕ່ລະເພັກບັນຈຸນໍ້ານົມ 5 ອອນ ຫລື 147 ມິນລີລິດ, ລູກຄ້າ ທີ່ເປັນແມ່ຊາວອາເມລິກາສ່ວນຫລາຍຕ້ອງການນ້ຳນົມໄປໃຊ້ໃນການລ້ຽງລູກ ເນື່ອງຈາກຕົນເອງບໍ່ມີນ້ຳນົມພຽງພໍ.

ເຖິງຢ່າງໃດກໍດີ, ໃນວັນທີ 28 ມີນາ ຄະນະລັດຖະບານກໍາປູເຈຍສັ່ງໃຫ້ກະຊວງສາທາລະນະສຸກອອກມາດຕະການປ້ອງກັນການຊື້ຂາຍ ແລະ ສົ່ງອອກນ້ຳນົມແມ່ຊາວກຳປູເຈຍໂດຍທັນທີ ໂດຍໃຫ້ເຫດຜົນວ່າ: ເຖິງວ່າກຳປູເຈຍຈະເປັນປະເທດທີ່ທຸກຍາກ, ແຕ່ບໍ່ໄດ້ຈົນເຖິງຂັ້ນຕ້ອງຫາລາຍຮັບຈາກການຄ້ານົມແມ່. ສ່ວນບໍລິສັດ ແອມໂບຣຊີ ແລບ ຕອບໂຕ້ວ່າ: ທຸລະກິດຂອງບໍລິສັດຊ່ວຍສະໜັບສະໜູນໃຫ້ບັນດາແມ່ຍິງໃນປະເທດໃຊ້ນົມແມ່ໃນການລ້ຽງລູກ. ອີກທັງຍັງໄດ້ຮັບລາຍຮັບເພີ່ມ ແລະ ຊ່ວຍແກ້ໄຂບັນຫາຂາດເຂີນໃນທະນາຄານນົມຂອງອາເມລິກາ.

ສ່ວນອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ຫລື ອຸຍນີເຊບ ອອກມາປະນາມການເຮັດທຸລະກິດດັ່ງກ່າວວ່າເປັນການສະແຫວງຫາຜົນປະໂຫຍດ ແລະ ກ່າວວ່າ: ນ້ຳນົມແມ່ທີ່ຫລາຍເກີນໄປຢູ່ກຳປູເຈຍຄວນຖືກນຳໄປໃຊ້ໃນການລ້ຽງເດັກທີ່ຂາດສານອາຫານຈຳນວນຫຼາຍໃນປະເທດ. ຂະນະທີ່ກຸ່ມປົກປ້ອງສິດທິແມ່ຍິງຢູ່ກຳປູເຈຍເຫັນພ້ອມນຳລັດຖະບານໃນການອອກຄຳສັ່ງຫ້າມໃນເທື່ອນີ້.

- 3 - ກຳປູເຈຍປະກາດຫ້າມສົ່ງອອກນົມແມ່ໄປອາເມລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!