ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ

- 6320 e1666085719961 - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ
- kitchen vibe - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ຕິດຕາມຈັບເປົ້າໝາຍກໍ່ເຫດປຸ້ນຊັບພົນລະເມືອງມາດໍາເນີນຄະດີ, ພາຍຫລັງທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ແລະ ສາມາດຈັບຜູ້ກໍ່ເຫດໄດ້ 2 ຄົນ ພ້ອມທັງອາວຸດປືນສັ້ນ ແລະ ຂອງກາງລົດຈັກໄປດໍາເນີນຄະດີ.

- 6958 1024x840 - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ

- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ
- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ

ທ່ານ ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ສຳພາດຕໍ່ນັກຂ່າວປ້ອງກັນສະຫງົບ ວ່າ: ວັນທີ 12 ກັນຍາ 2022 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະກອງບັນຊາການ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢູ່ບ້ານນາ ເມືອງໄຊທານີ ວ່າມີກຸ່ມຄົນບໍ່ດີຈໍານວນ 2 ຄົນໄດ້ນໍາໃຊ້ປືນສັ້ນມາຈີ້-ປຸ້ນເອົາລົດຈັກຂອງຕົນ ພ້ອມທັງຍິງປືນນາບຂູ່ 1 ບາດ ແລ້ວເອົາຕົວຫລົບໜີ; ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຂອງກອງບັນຊາການ ປກສ ເມືອງໄຊທານີ ຈຶ່ງໄດ້ສົມທົບກັບກອງພັນເຄື່ອນທີ່ນະຄອນຫລວງວຽງຈັນ, ປກສ ກຸ່ມບ້ານໄຊ ແລະ ການຈັດຕັ້ງບ້ານດ່ານຊ້າງ ຕິດຕາມແກ້ໄຂເປົ້າໝາຍສາມາດຈັບຕົວຜູ້ກໍ່ເຫດ ຊື່ ທ້າວ ພອນສະຫວັນ ຫລື ຈ່ອຍ ອາຍຸ 18 ປີ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ແລະ ທ້າວ ພິມມະສອນ ຫລື ແຫລ້ ອາຍຸ 17 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ພ້ອມຂອງກາງອາວຸດປືນສັ້ນ 1 ກະບອກ, ປືນຍາງສີດໍາ 1 ກະບອກ ແລະ ລົດຈັກຢາມາຮາສີ ດໍາແດງ 1 ຄັນ ໄປສອບສວນ.

ຜ່ານການສອບສວນພວກກ່ຽວສາລະພາບວ່າ: ໄດ້ພາກັນເຄື່ອນໄຫວປຸ້ນຊັບ ແລະ ຊີງຊັບມາແລ້ວ ຈໍານວນ 6 ຄັ້ງ ແລະ ຄັ້ງຫລ້າສຸດແມ່ນເວລາ 3:00 ໂມງເຊົ້າ ຂອງວັນທີ 12 ກັນຍາ 2022, ພວກກ່ຽວໄດ້ພາກັນນໍາໃຊ້ປືນສັ້ນຈີ້ປຸ້ນເອົາລົດຂອງ ທ້າວ ບຸນລອດ ພ້ອມທັງຍິງນາບຂູ່ 1 ບາດ ແລ້ວເອົາຕົວຫລົບໜີ.

- 7656 e1666085781431 - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ

ນອກນັ້ນ, ທ້າວ ພອນສະຫວັນ ຍັງໄດ້ຮ່ວມກັບໝູ່ອີກ 2 ຄົນ ຊິງຊັບມາແລ້ວຫລາຍຄັ້ງ, ເຊິ່ງພາຫະນະນໍາໃຊ້ກໍ່ເຫດແມ່ນລົດຈັກພີຊີເອັກ ສີຂາວ ບໍ່ມີປ້າຍທະບຽນ 2 ຄັນ.

ຕໍ່ກັບເຫດການດັ່ງກ່າວ, ເປັນປະກົດການຫຍໍ້ທໍ້ທີ່ໄດ້ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ ກໍໄດ້ເລັ່ງໃສ່ສຸມເພື່ອເລັ່ງກວດກາຕິດຕາມຈັບບັນດາເປົ້າໝາຍດັ່ງກ່າວມາດໍາເນີນຄະດີຕາມລະບຽບກົດໝາຍ ເພື່ອຄວາມສະຫງົບ-ປອດໄພ ແລະ ມີລະບຽບຮຽບຮ້ອຍໃນສັງຄົມ.

 

- 5 - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ
- 4 - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ
- 3 - ປກສ ເມືອງໄຊທານີ ຈັບຄົນຮ້າຍ 2 ຄົນ ທີ່ໃຊ້ປືນປຸ້ນຈີ້ເອົາລົດຈັກ ໄປດຳເນີນຄະດີຕາມລະບຽບກົດໝາຍ