ຜູ້ນຳ ສປປ ເກົາຫລີ ສັ່ງເພີ່ມກຳລັງການຜະລິດ ຫົວຮົບ-ເຄື່ອງຈັກຈະຫລວດຂ້າມທະວີບ
ສື່ທາງການ ສປປ ເກົາຫລີ ລາຍງານວ່າ: ທ່ານ ກິມ ຈອງອຶນ ຜູ້ນຳ ສປປ ເກົາຫລີ ໄດ້ສັ່ງໃຫ້ເພີ່ມການຜະລິດເຄື່ອງຈັກຈະຫລວດ ແລະ ສ່ວນປາຍສຸດຂອງລູກສອນໄຟຂ້າມທະວີບ, ພາຍຫລັງ ສປປ ເກົາຫລີ ທົດລອງລູກສອນໄຟຂ້າມທະວີບແລ້ວ 2 ຄັ້ງໃນເດືອນກ່ອນ.
ສຳນັກຂ່າວ KCNA ຂອງທາງການ ສປປ ເກົາຫລີ ລາຍງານໃນວັນທີ 23 ສິງຫານີ້ວ່າ: ທ່ານ ກິມ ຈອງອຶນ ສັ່ງການລະຫວ່າງກວດກາສະຖາບັນວັດສະດຸເຄມີຂອງສະພາວິທະຍາສາດປ້ອງກັນປະເທດທີ່ພັດທະນາລູກສອນໄຟຂອງປະເທດໃຫ້ເພີ່ມການຜະລິດເຄື່ອງຈັກຂັບເຄື່ອນຈະຫລວດ ແລະ ສ່ວນປາຍສຸດຂອງຫົວຮົບລູກສອນໄຟ. AFP ລະບຸວ່າ: ຫລາຍຝ່າຍຍັງສົງໄສວ່າ ສປປ ເກົາຫລີ ມີເຕັກໂນໂລຊີໃນການເຮັດໃຫ້ຫົວຮົບລູກສອນໄຟສາມາດຕ້ານທານຄວາມຮ້ອນຂະນະກັບເຂົ້າສູ່ຊັ້ນບັນຍາກາດໂລກຕາມທີ່ກ່າວອ້າງ ຫລື ບໍ່.
ສ່ວນທ່ານ ເຣັກ ທິວເລີສັນ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວຊື່ນຊົມ ສປປ ເກົາຫລີ ໃນວັນທີ 22 ສິງຫາວ່າ: ໄດ້ສະແດງເຖິງຄວາມອົດກັ້ນທີ່ບໍ່ທົດລອງນິວເຄຼຍ ຫລື ລູກສອນໄຟນັບແຕ່ຖືກສະຫະປະຊາຊາດປະກາດໃຊ້ມາດຕະການຂວ້ຳບາດຄັ້ງໃໝ່, ຫວັງວ່າຄວາມອົດກັ້ນດັ່ງກ່າວຈະເປັນສັນຍານວ່າ ສປປ ເກົາຫລີ ພ້ອມເປີດເຈລະຈາສັນຕິພາບ ແລະ ປົດອາວຸດກັບອາເມລິກາໃນໄວໆນີ້. ກ່ອນໜ້ານີ້ ສປປ ເກົາຫລີ ຂູ່ຈະຍິງລູກສອນໄຟໄປຕົກໃກ້ນ່ານນ້ຳເກາະກວມ ດິນແດນຂອງອາເມລິກາ, ແຕ່ມີການຢຸດການຕັດສິນໃຈອອກໄປກ່ອນ.