ນະຄອນຫຼວງວຽງຈັນ ມອບທຶນພັດທະນາໃຫ້ 4 ແຂວງພາກເໜືອ.
October 22, 2022 - 11:36 AM


ໃນວັນທີ 20 ຕຸລາ 2022 ທີ່ຜ່ານມາ, ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ມອບເງິນສົມທົບທຶນກໍ່ສ້າງໂຮງຮຽນຢູ່ແຂວງຜົ້ງສາລີ ແລະ ທຶນສົມທົບພັດທະນາຢູ່ບໍ່ແກ້ວ, ຫຼວງນໍ້າທາ ແລະ ອຸດົມໄຊ, ເຂົ້າຮ່ວມໃນພິທີນີ້, ມີທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍບັນດາເຈົ້າແຂວງ 4 ແຂວງພາກເໜືອ ແລະ ເຈົ້າເມືອງຂວາ.
ຈຸດປະສົງໃນການມອບຄັ້ງນີ້, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຢູ່ ແຂວງອຸດົມໄຊ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການປຸກລະດົມສະໜັບສະໜູນ ການປະກອບສ່ວນຕ່າງໆຂອງສັງຄົມ ເພື່ອຊ່ວຍເຫຼືອບັນດາແຂວງພາກເໜືອໃນການພັດທະນາດ້ານການສຶກສາ ແລະ ການພັດທະນາຕົວເມືອງ ໂດຍຜ່ານອົງການປົກຄອງ ນວ, ເຊິ່ງການມອບເງິນຄັ້ງນີ້ ປະກອບມີທຶນສົມທົບກໍ່ສ້າງໂຮງຮຽນຢູ່ແຂວງຜົ້ງສາລີ 1 ຕື້ກີບ ໂດຍການຮັບຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ມອບທຶນສົມທົບການພັດທະນາແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ ແລະ ແຂວງ ອຸດົມໄຊ ແຂວງລະ 100 ລ້ານກີບ ກ່າວຮັບຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຄໍາໄຫຼ ສີປະເສີດ ເຈົ້າແຂວງຫຼວງນໍ້າທາ ແລະທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ໂອກາດນີ້, ທ່ານ ຄໍາຜອຍ ວັນນະສອນ ໄດ້ຕາງໜ້າບັນດາເຈົ້າແຂວງທີ່ໄດ້ຮັບການຊ່ວຍເຫຼືອ ສະແດງຄວາມຂອບໃຈຕໍ່ອົງການປົກຄອງ ນວ ທີ່ໄດ້ປຸກລະດົມການສະໜັບສະໜູນຈາກສັງຄົມປະກອບສ່ວນພັດທະນາແຂວງບໍ່ແກ້ວ ຫຼວງນໍ້າທາ ແລະ ແຂວງອຸດົມໄຊ ສະເພາະການປະກອບສ່ວນກໍ່ສ້າງໂຮງຮຽນຢູ່ແຂວງຜົ້ງສາລີ ແມ່ນຈະໄດ້ນໍາຈໍານວນເງິນດັ່ງກ່າວໄປກໍ່ສ້າງໂຮງຮຽນຢູ່ເມືອງຂວາ ແລະ ຈະນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.