ຂີ້ແມງວັນເກີດຈາກຫຍັງ ປ້ອງກັນ ແລະ ປິ່ນປົວໄດ້ບໍ່ ?
August 24, 2017 - 1:24 PM


ຂີ້ແມງວັນ (Lentigine) ຫລື ໄຝ ເກີດຂຶ້ນເອງໂດຍທຳມະຊາດທົ່ວໆຮ່າງກາຍຕັ້ງແຕ່ເປັນເດັກນ້ອຍ, ແຕ່ຈະພົບຫລາຍຂຶ້ນເມື່ອມີອາຍຸຫລາຍຂຶ້ນ ເນື່ອງຈາກແຊນສ້າງເມັດສີທີ່ເຮົາເອີ້ນກັນວ່າ : ເມລາໂນໄຊ (Melanocyte) ໃນບໍລິເວນນັ້ນມີຄວາມຜິດປົກກະຕິເກີດຂຶ້ນ ທັງຮູບຮ່າງ, ຂະໜາດ ແລະ ຈຳນວນຂອງແຊນ ແລະ ມີການສ້າງເມັດສີເພີ່ມຂຶ້ນ ໂດຍບໍ່ຮູ້ສາເຫດທີ່ຈະແຈ້ງ, ແຕ່ກ່ຽວຂ້ອງກັບສະພາບຜິວໜັງ (Skin type) ຂອງແຕ່ລະຄົນ, ກຳມະພັນ, ແສງແດດ ແລະ ອາຍຸ.
ໂດຍທົ່ວໄປຂີ້ແມງວັນ ຫລື ໄຝ ຈະບໍ່ເປັນອັນຕະລາຍຕໍ່ມະນຸດ, ບໍ່ກ່ຽວຂ້ອງກັບພະຍາດມະເຮັງຜິວໜັງ, ການປິ່ນປົວເຮັດໄດ້ໂດຍການຕັດອອກ ເຊັ່ນ : ການຈີ້ໂດຍໄຟຟ້າ ຫລື ເລເຊີ ຫລື ຈະຜ່າຕັດອອກກໍໄດ້.