ການລະເມີດລະບຽບຈະລາຈອນ ເປັນຕົ້ນເຫດການເກີດອຸບັດຕິເຫດ


ບັນຫາອຸບັດຕິເຫດຕາມເສັ້ນທາງເກີດຈາກຫລາຍສາເຫດແຕກຕ່າງກັນນັ້ນ, ແຕ່ສ່ວນຫລາຍເກີດຈາກການລະເມີດລະບຽບກົດໝາຍເປັນສໍາຄັນ ໝາຍວ່າ ເກີດຈາກຜູ້ຂັບຂີ່ເປັນຕົ້ນຕໍ, ສ່ວນສະພາບແວດລ້ອມບໍ່ວ່າຈະເປັນເສັ້ນທາງ, ດິນຟ້າອາກາດ…ກໍມີສ່ວນແຕ່ກໍບໍ່ຫລາຍ ແລະ ອຸບັດຕິເຫດສ່ວນຫລາຍກໍມີແຕ່ຢູ່ເຂດຕົວເມືອງໃຫຍ່, ການຈະລາຈອນອ່າວໜາແໜ້ນກວ່າໝູ່. ຈາກນີ້ຈຶ່ງຢືນຢັນວ່າ: ການປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງຍັງຕ້ອງໄດ້ເອົາໃຈໃສ່ຕື່ມເພື່ອຫລຸດຜ່ອນອຸບັດເຫດ ຫລີກເວັ້ນຄວາມສູນເສຍ ທັງຊັບສິນ ແລະ ຊີວິດ.
ຫລາຍທ່ານໃຫ້ທັດສະນະວ່າ: ໃນຕົວຈິງ, ເຈົ້າໜ້າທີ່ກ່ຽວຂ້ອງລວມທັງສະຖາບັນການສຶກສາ, ສຳນັກງານກົມກອງໄດ້ພະຍາຍາມຈໍາກັດ ໂດຍການປຸກລະດົມປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດທາງຖະໜົນ ແລະ ອີກໜຶ່ງ ຄວາມເປັນຈິງຄື ໃນຕົວເມືອງໃຫຍ່, ການສັນຈອນໜາແໜ້ນແອອັດຍາກຈະສະກັດກັ້ນໄດ້ຢ່າງຂາດຕົວເພາະບາງທີ ມັນກໍເປັນເຫດສຸດວິໄສ, ຜູ້ໃດກໍບໍ່ຢາກໃຫ້ມັນເກີດ ແລະ ບໍ່ເພິ່ງປາຖະໜາ ຊຶ່ງທີ່ເກີດຂຶ້ນກໍມີຫລາຍປັດໄຈ ແລະ ສາເຫດ, ແຕ່ປະການສໍາຄັນ ສ່ວນຫລາຍເກີດຈາກຜູ້ຂັບຂີ່ທີ່ຂາດສະຕິຕໍ່ລະບຽບກົດໝາຍນີ້ເອງ. ການທີ່ທຸກຄົນຈະຮູ້ເລິກ ແລະ ເຂົ້າໃຈແຈ້ງ ທັງປະຕິບັດລະບຽບກົດໝາຍຖືກຕ້ອງທຸກຢ່າງເພື່ອຄ່ອງຕົວ, ປອດໄພນັ້ນ, ການໂຄສະນາເຜີຍແຜ່ກົດໝາຍໃຫ້ເຂົ້າເຖິງແຕ່ລະກຸ່ມເປົ້າໝາຍຄືຄວາມຈໍາເປັນພາວະວິໄສ, ເຮັດຫລາຍຮູບແບບ, ຫລາຍຫລົບຫລາຍຕ່າວ ຫລໍາໄປຫລໍາມາເພື່ອເຮັດແນວໃດ ໃຫ້ທຸກຄົນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າກົດໝາຍເວລານໍາໃຊ້ເສັ້ນທາງ. ຕາມກົດໝາຍວ່າດ້ວຍການຈະລາຈອນທາງບົກ ມາດຕາ 51 (ໃໝ່) ໄດ້ກໍານົດແຈ້ງຂໍ້ຫ້າມໂດຍຜູ້ນໍາໃຊ້ເສັ້ນທາງຫ້າມມີພຶດຕິກໍາ ຄື:
1. ຫ້າມຂັບຂີ່ໃນສະພາບມຶນເມົາ.
2. ຫ້າມຂັບຂີ່ຍານພາຫະນະໄວເກີນກໍານົດ, ຂັບຂີ່ເຈີດຊ້າຍເຈີດຂວາ, ຊ່ວງຊີງຍານພາຫະນະ ດ້ວຍຄວາມປະໝາດ ແລະ ບໍ່ຖືກຕາມກົດຈະລາຈອນ.
3. ຫ້າມໃຊ້ໂທລະສັບມືຖື, ເຄື່ອງຫລິ້ນເອເລັກໂຕຣນິກປະເພດຕ່າງໆ ໃນເວລາຍ່າງຂ້າມທາງ.
4.ຫ້າມໃຊ້ໂທລະສັບມືຖື, ເບິ່ງໂທລະພາບ, ຮູບພາບວີຊີດີ, ດີວີດີ ຫລື ເຄື່ອງຫລິ້ນເອເລັກໂຕຣນິກ ປະເພດຕ່າງໆໃນເວລາຂັບຂີ່.
5.ຫ້າມຍ່າງຮຽງກັນເປັນໜ້າກະດານ, ເປັນພຶງ, ເປັນແພທີ່ກີດຂວາງການສັນຈອນ.
6. ຫ້າມຂັບຂີ່ລົດຈັກ, ລົດຖີບທຸກຊະນິດຮຽງກັນ ທີ່ກີດຂວາງການສັນຈອນ.
7. ຫ້າມຈອດລົດໃຫຍ່ຮຽງກັນຕາມເສັ້ນທາງທີ່ກີດຂວາງການສັນຈອນ.
8. ຫ້າມກັ້ງຄັນຮົ່ມໃນເວລາຂັບຂີ່ລົດຈັກ, ລົດຖີບ.
9. ຫ້າມບັນທຸກຜູ້ໂດຍສານເກີນຈໍານວນ, ສິນຄ້າເກີນນໍ້າໜັກ ຫລື ຂະໜາດທີ່ກໍານົດ.
10. ຫ້າມບັນທຸກວັດຖຸອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດ.
11. ຫ້າມສ້ອມແປງຍານພາຫະນະຢູ່ກາງທາງ, ກາງຂົວ.
12. ຫ້າມເປີດເຄື່ອງສຽງດັງເກີນກໍານົດເວລາໃນເວລາຂັບຂີ່.
13. ຫ້າມແຂ່ງລົດທຸກຊະນິດຕາມເສັ້ນທາງໂດຍບໍ່ໄດ້ຮັບອະນຸຍາດ.
14. ຫ້າມປະທ່ອນໄມ້, ພືດໄມ້, ກ້ອນຫີນ ຫລື ສິ່ງກີດຂວາງອື່ນທີ່ໝູນ ຕີນລົດໄວ້ຕາມເສັ້ນທາງ.
15. ຫ້າມພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.
ອຸບັດຕິເຫດຕາມເສັ້ນທາງອາດເກີດຂຶ້ນໄດ້ທຸກຍາມ ຖ້າຜູ້ນໍາໃຊ້ເສັ້ນທາງເຄົາລົບລະບຽບກົດໝາຍ, ຮູ້ສິດ, ພັນທະ, ຄວາມຮັບຜິດຊອບ ແລະ ເຫັນໃຈເພື່ອນຮ່ວມໃຊ້ເສັ້ນທາງ.