ຫວຽດນາມຈັດໂປຣ “ປ໋ອບຄອນແບບບໍ່ອັ້ນ” ເອົາຫຍັງມາໃສ່ກໍໄດ້ ງານນີ້ເຮັດໃຫ້ຄົນແຫ່ໄປເບິ່ງຮູບເງົາຢ່າງຫລວງຫລາຍ
October 27, 2022 - 4:24 PM
ກາຍເປັນກະແສໃນຊົ່ວພິບຕາ ເມື່ອໂຮງຮູບເງົາ Lotte Cinema ໃນປະເທດຫວຽດນາມ ໄດ້ຈັດກິດຈະກໍາພິເສດ ໂດຍການຊື້ປີ້ຮູບເງົາ 500 ຄົນທໍາອິດ ຈະໄດ້ຮັບປ໋ອບຄອນຟຣີ ທີ່ສາມາດເອົາພາຊະນະແບບໃດກໍໄດ້ມາໃສ່ ຈະໃຫຍ່ເທົ່າໃດກໍຈະໃສ່ໃຫ້ຈົນເຕັມ ນັບແຕ່ວັນທີ 25 ຕຸລາ ຫາ 30 ພະຈິກ 2022 ນີ້
.
ຫລັງຈາກທີ່ຈັດໂປຣນີ້ເຮັດໃຫ້ຫລາຍຄົນແຫ່ເຂົ້າມາເບິ່ງຮູບເງົາເປັນຈໍານວນຫລາຍ ແລະ ພາກັນນໍາເອົາພາຊະນະແປກຫູແປກຕາມາໃສ່ຢ່າງຫລວງຫລາຍເຊັ່ນ ຄຸ, ຊາມ, ຖັງ, ໝໍ້ຫຸງເຂົ້າ, ກະຕ່າ, ກະເປົາເດີນທາງ ລວມທັງລໍ້ປະສົມປູນ ແລະ ອີກຫລາກຫລາຍຢ່າງ…
ຈາກນັ້ນກິດຈະກໍານີ້ໄດ້ກາຍເປັນກະແສໃນໂລກອອນລາຍປະເທດຫວຽດນາມ ເຊິ່ງບາງຄົນກໍເບິ່ງວ່າເປັນເປັນສີສັນອີກຢ່າງໜຶ່ງ ແຕ່ບາງສ່ວນກໍໄດ້ສະແດງຄວາມຄິດເຫັນວ່າມັນເປັນການສິ້ນເປືອງອາຫານ ເພາະບາງຄົນເອົາໄປຫລາຍກໍກິນບໍ່ໝົດສຸດທ້າຍກໍໄດ້ຖິ້ມ.