ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ

- 95252 - ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ
- kitchen vibe - ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ
ເວລາປະມານ 13:00 ໂມງ ຂອງວັນທີ 26 ຕຸລາ 2022 ເກີດເຫດການເຮືອຫລົ້ມຢູ່ສາຍເຊບັ້ງໄຊ ບ້ານເວີນສະນັນ ເມືອງເຊບັ້ງໄຟແຂວງຄຳມ່ວນ ຊຶ່ງເຫດການນີ້ສົ່ງຜົນເຮັດໃຫ້ຄູ່ຜົວເມຍຈົມນ້ຳສູນຫາຍ. ຂະນະ ທີ່ວັນທີ 27 ຕຸລາ, ໜ່ວຍງານກູ້ຊີບອົງການກາແດງລາວແຂວງຄຳມ່ວນ ແລະ ປະຊາຊົນບ້ານດັ່ງກ່າວໄດ້ ຮ່ວມກັນຄົ້ນຫາ ແລະ ພົບຮ່າງສົບຜູ້ເປັນຜົວແລ້ວ, ແຕ່ຍັງຄົ້ນຫາຜູ້ເປັນເມຍບໍ່ທັນພົບເທື່ອ.
ຜູ້ເຫັນເຫດການ ເລົ່າສູ່ຟັງວ່າ: ເຫດການດັ່ງກ່າວມີປະຊາຊົນປະມານ 10 ຄົນຂີ່ເຮືອຂ້າມຝັ່ງ, ແຕ່ຍ້ອນຄົນຫລາຍເຮັດເຮືອໄປໄດ້ແຕ່ເຄິ່ງທາງ ເນື່ອງຈາກຮັບນ້ຳໜັກບໍ່ໄຫວ ຈຶ່ງຫລົ້ມຢູ່ກາງນ້ຳເຊ, ປະຊາຊົນທີ່ຢູ່ໃນເຮືອ 8 ຄົນ ໄດ້ພາກັນລອຍນ້ຳຂ້າມມາໄດ້ຢ່າງປອດໄພ, ສ່ວນຄູ່ຜົວເມຍນັ້ນ ໂດຍສະເພາະຜູ້ເປັນເມຍລອຍນ້ຳບໍ່ເປັນ, ຜູ້ເປັນຜົວ ໄດ້ລອຍໄປຊ່ວຍ ແຕ່ຊ່ວຍບໍ່ໄດ້ພ້ອມທັງຈົມນໍ້າໄປນຳເມຍ.
ຕໍ່ເຫດການດັ່ງກ່າວກໍຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດ ແລະ ພາວະນາໃຫ້ພົບຮ່າງຜູ້ສູນຫາຍໃນໄວໆດ້ວຍເຖີ້ນ.
- 4 - ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ
- 3 - ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ
- 5 - ເກີດເຫດເຮືອຫລົ້ມຢູ່ສາຍເຊບັ້ງໄຊ ເມືອງເຊບັ້ງໄຟແຂວງຄຳມ່ວນ ມີຄູ່ຜົວເມຍຈົມນ້ຳເສຍຊີວິດ