ກຳປູເຈຍຕອບກັບອາເມລິກາ ແຊກແຊງການເມືອງ ວ່າປະຊາທິ ປະໄຕແບບອາເມລິກາເລືອດເຢັນ
In response to recent criticisms, Ministry spokesman lashes out against the West #Cambodia #Facebook https://t.co/wzVDt0Pbug
— The Phnom Penh Post (@phnompenhpost) August 24, 2017
ກຳປູເຈຍຕອບກັບອາເມລິກາກໍລະນີວິພາກວິຈານເລື່ອງການເນລະເທດພະນັກງານອົງການພັດທະນາເອກະຊົນ ຫລື NGO ແຫ່ງໜຶ່ງອອກນອກປະເທດ ໂດຍກ່າວຫາອາເມລິກາວ່າ: ແຊກແຊງການເມືອງ ແລະ ກ່າວວ່າ: ລະບອບປະຊາທິປະໄຕຂອງອາເມລິກາເປັນສິ່ງທີ່ເລືອດເຢັນ ແລະ ປ່າເຖື່ອນ.
ກ່ອນໜ້ານີ້, ກະຊວງການຕ່າງປະເທດອາເມລິກາອອກມາຕຳໜິລັດຖະບານກຳປູເຈຍກໍລະນີເນລະເທດພະນັກງານຕ່າງປະເທດຂອງສະຖາບັນປະຊາທິປະໄຕແຫ່ງຊາດ (NDI) ເຊິ່ງເປັນ NGO ທີ່ໄດ້ຮັບທຶນສະໜັບສະໜູນຈາກອາເມລິກາໃນການສົ່ງເສີມລະບອບການປົກຄອງປະຊາທິປະໄຕ ລວມທັງສະແດງຄວາມກັງວົນຕໍ່ເສລີພາບສື່ໃນປະເທດ. ຂະນະດຽວກັນ ສະຖານທູດອາເມລິກາຢູ່ນະຄອນຫລວງພະນົມເປັນໄດ້ອອກມາຕັ້ງຄຳຖາມວ່າ: ກຳປູເຈຍເປັນປະເທດປະຊາທິປະໄຕແທ້ ຫລື ບໍ່.
+ ລັດຖະບານກຳປູເຈຍສັ່ງປິດ NGO ຂອງອາເມລິກາ ເນລະເທດພະນັກງານກັບປະເທດ
+ ທ່ານ ຮຸນເຊນ ປະກາດເອົາຜິດຄົນວິຈານ ບັນຫາຊາຍແດນ ກຳປູເຈຍ-ລາວ
ລັດຖະບານກຳປູເຈຍອອກຈົດໝາຍຕອບກັບໃນວັນທີ 24 ສິງຫານີ້ວ່າ: ອາເມລິກາເຂົ້າມາກຳປູເຈຍ ເພື່ອຈະຊ່ວຍເຫລືອ ຫລື ສ້າງອຸປະສັກໃຫ້ແກ່ຊາວກຳປູເຈຍ ແລະ ກ່າວວ່າ: ອາເມລິກາເປັນຕົ້ນເຫດເຮັດໃຫ້ຂະເໝນແດງເຂົ້າມາມີອຳນາດໃນໄລຍະປີ 1970. ຈົດໝາຍລະບຸອີກວ່າ: ຊາວກຳປູເຈຍຮູ້ດີວ່າປະຊາທິປະໄຕຄືຫຍັງ, ແຕ່ປະຊາທິປະໄຕໃນຮູບແບບຂອງອາເມລິກາມີແຕ່ຄວາມເລືອດເຢັນ ແລະ ປ່າເຖື່ອນ, ລັດຖະບານກຳປູເຈຍຕ້ອງການສົ່ງສານເຖິງສະຖານທູດອາເມລິກາວ່າ: ກຳປູເຈຍຈະເດີນໜ້າປົກປ້ອງອະທິປະໄຕຂອງປະເທດ.
.@statedeptspox provides a readout of Secretary Tillerson's phone call with #China's State Councilor Yang Jiechi. pic.twitter.com/eMA8fiIEvI
— Department of State (@StateDept) August 23, 2017
ສ່ວນເວັບໄຊຂ່າວຂອງຝ່າຍສະໜັບສະໜູນລັດຖະບານລາຍງານໂດຍອ້າງແຫລ່ງຂ່າວທີ່ບໍ່ໄດ້ຮັບການເປີດເຜີຍຊື່ລະບຸວ່າ: ກຸ່ມຜູ້ສະໜັບສະໜູນລັດຖະບານຈະນັດຊຸມນຸມປະທ້ວງຄັ້ງໃຫຍ່ຢູ່ບໍລິເວນສະຖານທູດອາເມລິກາໃນນະຄອນຫລວງພະນົມເປັນ ເນື່ອງຈາກຮັບບໍ່ໄດ້ທີ່ອາເມລິກາແຊກແຊງອະທິປະໄຕຂອງປະເທດ.
ຂະນະທີ່ NDI ອອກຖະແຫລງການຂໍໃຫ້ລັດຖະບານກຳປູເຈຍທົບທວນຄຳສັ່ງປິດສຳນັກງານ ແລະ ກ່າວວ່າ: ອົງການໄດ້ດຳເນີນການຈົດທະບຽນຕາມກົດໝາຍກຳປູເຈຍທຸກຢ່າງ.