ເຂົ້າໄປຖ່າຍໜັກຢູ່ປ່າ ແລ້ວໄປພົບສົບຜູ້ກໍ່ເຫດຄາຕະກຳ ແມ່ລູກ ຜູກຄໍແຂວນຕາຍຢູ່ເທິງຕົ້ນໄມ້


ວັນທີ 25 ຕຸລາ 2022 ຜ່ານມານີ້ ມີເຫດຄາຕະກຳສອງແມ່ລູກທີ່ບ້ານດອນເຊັງແຂວງສະຫວັນະເຂດ ພາຍຫລັງກໍ່ເຫດແລ້ວຜຸ້ກ່ຽວໄດ້ເອົາໂຕລົບໜີ ເຊິ່ງເຈົ້າໜ້າທີ່ປະກາດນຳຈັບ. ຂໍ້ມູນເບື້ອງຕົ້ນ ຜູ້ກໍ່ເຫດເປັນ ພະນັກງານທະຫານຢູ່208 ເຊິ່ງເຫດຈູງໃຈໃນການກໍ່ເຫດຄັ້ງນີ້ແມ່ນ ຍ້ອນທັງສອງເປັນແຟນກັບຜູ້ເສຍຊີວິດ ແຕ່ບໍ່ທັນເປັນຄູ່ຜົວເມຍຖືກຕ້ອງຕາມລະບຽບກົດໝາຍ (ເປັນຄູ່ບ່າວສາວຊື່ໆ) ທັງສອງໄດ້ມີປາກສຽງຜິດຖຽງກັນຮຸນແຮງ ແລະ ໄດ້ລົງມືກໍ່ເຫດດັ່ງກ່າວ.
ຫລ້າສຸດວັນທີ 28 ຕຸລາ 2022 ມີລາຍງານ ວ່າຜູ້ກໍ່ເຫດໄດ້ຜູກຄໍຕາຍເອງຢູ່ເທິງຕົ້ນໄມ້ ຢູ່ເຂດບ້ານ ທ່າໂພ ນະຄອນໄກສອນ ແຂວງສະຫວັນນະເຂດ ໂດຍຜູ້ພົບເຫັນເລົ່າວ່າ ຕົນເອງໄດ້ໄປຖ່າຍໜັກ ຢູ່ປ່າດັ່ງກ່າວ ຈົນໄດ້ກິ່ນເໝັນ ມາເປັນບາດ ດັ່ງນັ້ນຕົນໄດ້ແຫງນຂຶ້ນເທີງຕົ້ນໄມ້ ຂົນໜາວລຸກມາເປັນບາດ ບວກກັບ ກິ່ນເໝັ່ນຂອງສົບ ສຸດທ້າຍພາບທີ່ເຫັນແມ່ນສົບຜູ້ເສຍຊີວິດ ດັ່ງນັ້ນຜູ້ກ່ຽວໄດ້ແຈ້ງທະຫານຍູ່ຂອບເຂດໄກ້ເຂົ້າກວດສອບ ແລະ ມີການຢືນຢັນວ່າເປັນສົບຂອງຜູ້ກໍ່ເຫດຄັ້ງນີ້້.
ສ່ວນລາຍລະອຽດ ເຈົ້າໜ້າທີ່ຈະລາຍງານໃຫ້ຮັບຊາບພາຍຫລັງ