ລີເວີພູລ ມີໂອກາດຄວ້າດາວຮຸ່ງດອດມຸນ ຫລັງນັກເຕະມີສັນຍານຕອບຮັບດີ

- dortmund220813 - ລີເວີພູລ ມີໂອກາດຄວ້າດາວຮຸ່ງດອດມຸນ ຫລັງນັກເຕະມີສັນຍານຕອບຮັບດີ
- kitchen vibe - ລີເວີພູລ ມີໂອກາດຄວ້າດາວຮຸ່ງດອດມຸນ ຫລັງນັກເຕະມີສັນຍານຕອບຮັບດີ

- dortmund220813 - ລີເວີພູລ ມີໂອກາດຄວ້າດາວຮຸ່ງດອດມຸນ ຫລັງນັກເຕະມີສັນຍານຕອບຮັບດີ

ຢູສຊູຟາ ມູໂກໂກ ກອງໜ້າດາວຮຸ່ງຂອງ ໂບຣຸສເຊຍ ດອດມຸນ ກຽມໃຊ້ບໍລິການບໍລິສັດຕົວແທນຈາກອັງກິດໃນເດືອນໜ້າ ເຮັດໃຫ້ມີການຄາດວ່ານັກເຕະອາດຈະມີໂອກາດຍ້າຍມາຫລິ້ນໃນພຣີເມຍລີກ ໃນຂະນະທີ່ພວມມີຂ່າວກັບລີເວີພູລ ເມື່ອບໍ່ດົນມານີ້ຕາມລາຍງານຈາກລີເວີພູລເອັກໂຄ ສື່ທ້ອງຖິ່ນ.

- Visit Laos Visit SALANA BOUTIQUE HOTEL - ລີເວີພູລ ມີໂອກາດຄວ້າດາວຮຸ່ງດອດມຸນ ຫລັງນັກເຕະມີສັນຍານຕອບຮັບດີ

ກອງໜ້າອາຍຸ 17 ປີ ພວມໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນໃຫຍ່ທ່ົວຢູໂຣບ ແລະ ຈະເຮັດໃຫ້ລາວກາຍເປັນທີ່ຫມາຍປອງ ຫລາຍຂຶ້ນ ເມື່ອເຊັນສັນຍາກັບ ຢູນິກ ສະປອດ ເມເນສເມັນ ບໍລິສັດ ຕົວແທນສັນຊາດອັງກິດ ເມື່ອອາຍຸຄົບ 18 ປີ ໃນເດືອນພະຈິກທີ່ຈະມາເຖິງນີ້.

ລາຍງານຂ່າວຈາກ  ລີເວີພູລ ເອັກໂຄ ເຊື່ອວ່າການຍ້າຍສັງກັດໄປຍັງຕົວແທນລາຍໃຫມ່ຂອງ ມູໂກໂກ ໃນເທື່ອນີ້ຈະເປັນການ ປູທາງໃນການຍ້າຍສະໂມສອນໄປຍັງພຣີເມຍລີກ ໃນລະດູການໜ້າ ເນື່ອງຈາກລາວພວມເປັນທີ່ກ່າວຂານໃນຫລາຍສະໂມສອນທັງ ລີເວີພູລ ນຳອີກ.

USM ເຊິ່ງເປັນຊື່ຫຍໍ້ຕົວແທນໃຫມ່ຂອງນັກເຕະດອດມຸນ ປັດຈຸບັນມີນັກເຕະໃນຄວາມເບິ່ງ ແລະ ເປັນທີ່ຮູ້ຈັກຢູ່ຫລາຍຄົນ ເຊ່ັນ : ຣິສ ເຈມ ກອງຫລັງຂອງເຊລຊີ ລວມເຖິງ ແອນໂທນີ ກໍດອນ ດາວຮຸ່ງຈາກ ເອຟເວີຕັນ.

- 4 - ລີເວີພູລ ມີໂອກາດຄວ້າດາວຮຸ່ງດອດມຸນ ຫລັງນັກເຕະມີສັນຍານຕອບຮັບດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!