ຜູ້ເສຍຊີວິດຈາກໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນເປັນ 10 ຄົນ
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຈາກການຕິດຕາມເຝົ້າລະວັງການລະບາດຂອງພະຍາດໄຂ້ເລືອດອອກ ມາຮອດປັດຈຸບັນນີ້ໃນອາທິດທີ 33 ທົ່ວປະເທດມີຜູ້ຕິດເຊື້ອແລ້ວຫລາຍກວ່າ 6.700 ຄົນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 10 ຄົນ ເພີ່ມຈາກເມື່ອກ່ອນ 2 ຄົນ ຄື: ນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ 1 ຄົນ ແລະ ພົບເຫັນການລະບາດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ແຂວງຫລວງນ້ຳທາ ແລະ ແຂວງວຽງຈັນ.
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ການລະບາດຂອງພະຍາດໄຂ້ເລືອດອອກໃນປີນີ້ໄດ້ມີການຕິດຕາມເຝົ້າລະວັງເປັນພິເສດ, ເນື່ອງຈາກວ່າມີຈຳນວນເພີ່ມຂຶ້ນຫລາຍເມື່ອທຽບໃສ່ປີຜ່ານມາ ແລະ ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີໄດ້ອອກຄຳສັ່ງເພີ່ມທະວີວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ດັ່ງກ່າວ, ໂດຍມອບໃຫ້ກະຊວງສາທາລະນະສຸກເປັນເຈົ້າການ ແລະ ເລັ່ງໂຄສະນາໃຫ້ສັງຄົມມີສ່ວນຮ່ວມໃນການປ້ອງກັນ, ພ້ອມທັງແນະນຳໃຫ້ມີການຮັກສາອະນາໄມສິ່ງແວດລ້ອມທຳລາຍແຫລ່ງເພາະພັນຂອງຍຸງລາຍຄື: ປິດພາຊະນະ, ປ່ຽນຖ່າຍນ້ຳ, ການທຳຄວາມສະອາດ ແລະ ອື່ນໆ ໃຫ້ເປັນປົກະຕິ ແລະ ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ປະຕິບັດຫລັກການ 5 ປໍ ໃຫ້ເຂັ້ມງວດ.