ເຈົ້າໜ້າທີ່ການຄ້າ ແຂວງຈຳປາສັກ ລົງຕິດ ຕາມກວດກາແລະ ຄຸ້ມຄອງລາຄາສິນຄ້າຢູ່ ຕະຫລາດໃໝ່ປາກເຊ


ເຈົ້າໜ້າທີ່ການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຄຸ້ມຄອງລາຄາ ສິນຄ້າຢູ່ຕະຫລາດໃໝ່ປາກເຊ ເພື່ອແນໃສ່ໃຫ້ຜູ້ຄ້າຂາຍສິນຄ້າປະເພດບໍລິໂພກທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຂາຍສິນຄ້າຕາມລາຄາທີ່ທາງເຈົ້າໜ້າທີ່ພາກລັດກໍານົດໄວ້ ເປັນຕົ້ນ: ຊີ້ນໝູ, ເຂົ້າສານ, ປານິນ, ໄກ່ປອກ. ພ້ອມນີ້ທາງເຈົ້າໜ້າທີ່ກໍແນະນໍາໃຫ້ຜູ້ຂາຍສິນຄ້າຕ້ອງໄດ້ຕິດລາຄາສິນຄ້າເພື່ອວາງຈໍາໜ່າຍ ແລະ ໃນໂອກາດລົງເຄື່ອນໄຫວຂອງເຈົ້າໜ້າທີ່ຄັ້ງນີ້ເຫັນວ່າລາຄາສິນຄ້າສ່ວນຫລາຍແມ່ນຂາຍຕາມລາຄາທີ່ພາກລັດກໍານົດໄວ້ ແລະ ມີພຽງບາງປະເພດສິນຄ້າທີ່ມີລາຄາເໜັງຕີງຂຶ້ນສູງ ສະເພາະແມ່ນປານິນ, ຜັກຫອມບົ່ວ, ຫອມປ້ອມ, ໄຂ່ໄກ່ແຕ່ເບີ 0 ຫາເບີ 3, ຊຶ່ງທາງເຈົ້າໜ້າທີ່ຈະຕ້ອງໄດ້ມີການແກ້ໄຂດັດປັບໃຫ້ລາຄາເໝາະສົມ.
ສໍາລັບການກໍານົດໂຄງສ້າງລາຄາ ຊື້-ຂາຍ ຊີ້ນໝູຢູ່ແຂວງຈໍາປາສັກ ສະບັບເລກທີ 93/ພອຄ. ຈສ, ລົງວັນທີ 23/3/2022 (ສະບັບປັບປຸງໃໝ່), ໄດ້ກໍານົດລາຄາ ຊື້-ຂາຍ ທີ່ເໝາະສົມ ຄື: ໃຫ້ຜູ້ປະກອບການຟາມໝູ, ຜູ້ປະກອບການໂຮງງານຂ້າສັດ ແລະ ຜູ້ປະກອບການຊື້ສັດ-ຂາຍຊີ້ນ ທົ່ວແຂວງຈໍາປາສັກ ປະຕິບັດເປັນເອກະພາບ: ໂດຍການຊື້-ຂາຍ ຊີ້ນໝູຂອດໜ້າຟາມ: ກໍານົດລາຄາ ຊື້-ຂາຍ ຊີ້ນໝູເປັນຢູ່ໜ້າຟາມ ສູງສຸດບໍ່ໃຫ້ເກີນ 35.200 ກີບ/ກິໂລ, ກໍານົດລາຄາຊື້-ຂາຍ ຊີ້ນໝູຢູ່ຂອດຊໍາແຫລະ ສູງສຸດບໍ່ໃຫ້ເກີນ 42.000 ກີບ/ກິໂລ, ການຊື້-ຂາຍ ຊີ້ນໝູຂອດຢູ່ຕະຫລາດທົ່ວໄປ (ຂອດລູກຂຽງ) ສູງສຸດບໍ່ໃຫ້ເກີນ 47.000 ກີບ/ກິໂລ ແລະ ການຊື້-ຂາຍຊີ້ນໝູ ຂາຍເຖິງຜູ້ບໍລິໂພກທົ່ວໄປ (ແຍກຊິ້ນສ່ວນຂາຍ) ແມ່ນມີຫລາຍລາຄາອີງຕາມປະເພດຊີ້ນ ເປັນຕົ້ນ: ຊີ້ນໝູປະເພດ 1 ສູງສຸດບໍ່ໃຫ້ເກີນ 60.000 ກີບ/ກິໂລ, ຊີ້ນປະເພດ2 ສູງສຸດບໍ່ໃຫ້ເກີນ 55.000 ກີບ/ກິໂລ, ໂຄງກະດູກຂ້າງ 50.000 ກີບ/ກິໂລ.


ພ້ອມນີ້ເຈົ້າໜ້າທີ່ການຄ້າກໍໄດ້ຕິດຕາມກວດກາຮ້ານຂາຍຍົກ-ຂາຍຍ່ອຍ ທີ່ຈໍາໜ່າຍຜະລິດຕະພັນສິນສິນຄ້າໃນເທດສະບານນະຄອນປາກເຊ ໂດຍສະເພາະແມ່ນຜະລິດຕະພັນເບຍ ທີ່ນໍາເຂົ້າຈາກຕ່າງປະເທດ ແລະ ກ່ຽວກັບຜົນການລົງກວດກາຮ້ານຂາຍຍົກ-ຂາຍຍ່ອຍ ທີ່ຈໍາໜ່າຍຜະລິດຕະພັນເບຍ ເຊິ່ງນໍາເຂົ້າຈາກຕ່າງປະເທດ, ຜ່ານການກວດກາແມ່ນມີຈໍານວນ 4 ຮ້ານ, ມີການຈໍາໜ່າຍຜະລິດຕະພັນເບຍ ໄຊງ່ອນ ແລະ ຮ້ານດັ່ງກ່າວແມ່ນລູກຄ້າຂາຍຍ່ອຍ ໃຫ້ບໍລິສັດ ພີແອນທີ ສາລະວັນ ທີ່ເປັນຜູ້ນໍາເຂົ້າຜ່ານດ່ານສາກົນລະໄລ ແຂວງສາລະວັນ ທີ່ໄດ້ຮັບການອະນຸມັດໂກຕ້ານໍາເຂົ້າຜະລິດຕະພັນເບຍໄຊງ່ອນ ຈາກ ສສ ຫວຽດນາມ ຈໍານວນ 152.000 ແກັດ ແລະ ຜ່ານການເສຍພັນທະພາສີ-ອາກອນຖືກຕ້ອງຕາມລະບຽບການ, ສໍາຄັນແມ່ນໄດ້ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ສະແຕັມຂອງພາສີຖືກຕ້ອງຕາມລະບຽບການ.
ເຈົ້າໜ້າທີ່ການຄ້າໃຫ້ຮູ້ຕື່ມວ່າ: ບັນດາຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ຮ້ານສະດວກຊື້ ກ່ອນຈະຈໍາໜ່າຍຜະລິດຕະພັນເບຍ ທີ່ນໍາເຂົ້າຈາກຕ່າງປະເທດ ຕ້ອງໄດ້ຮັບການອະນຸມັດ ແລະ ຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງຈຶ່ງສາມາດຈໍາໜ່າຍໄດ້.