ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C

- 314144690 118665514367073 8220836856691198119 n - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
- Untitled design 1 - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
ວັນທີ 28 ຕຸລາ 2022 ຜ່ານມາ ໄດ້ຈັດພິທີເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C ທີ່ສູນກີລີ ລາວ ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສະຫະກໍາແລະການຄ້າ.
ທ່ານສຸກສະໜອນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມ ກຣຸບ ແລະ ກີລີ ລາວ ແລະ ທ່ານນາງ ມະນີຍົມ ສີຫາເທບ ຮອງປະທານ ກຸ່ມບໍລິສັດມະນີຍົມ ກຣຸບ ແລະ ກີລີ ລາວ ພ້ອມດ້ວຍຄະນະບໍລິຫານ ແລະ ແຂກຜູ້ມີກຽດ.
ສູນບໍລິການກີລີລາວ ເຊັນສັນຍາເປັນຕົວແທນຈຳໜ່າຍຢ່າງເປັນທາງການວັນທີ່ 18 ກຸມພາ 2021 ຜ່ານມາ ແລະ ໄດ້ລິເລີ່ມລົງກໍ່ສ້າງໂຊລູມ ແລະ ສູນບໍລິການ ລະດັບ Class A ໂດຍ ບໍລິສັດ ມະນີຍົມ ເຊິ່ງເປັນມາດຕະຖານໃຫຍ່ສຸດຂອງກີລີ ໃຊ້ ເວລາກໍ່ສ້າງ 1 ປີເຕັມ ໂຊລູມ ກີລີ ໃໝ່ຈຶ່ງໄດ້ສຳເລັດສົມບູນ ແລະ ພ້ອມຮັບໃຊ້ບໍລິການແລ້ວ ຜ່ານ ໄດ້ເປີດຕົວລົດກີລີມາແລ້ວ 2 ລຸ້ນ ຄື : ລົດ Geely Coolray ແລະ Geely Azkarra ເຊິ່ງໄດ້ຮັບການຕອບຮັບຈາກສັງຄົມໄດ້ເປັນຢ່າງດີ.
- 313887704 118655687701389 1976670512859216142 n - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
ລຸ້ນອິດເປັນລົດເກງ Geely Emgrand ເປັນລົດ Sedan-B ເໝາະສຳລັບຄົນລຸ້ນທຸກເພດທຸກໄວ ມີຟັງຊັນທີ່ຫຼາກຫຼາຍ ແລະ ການຂັບຂີ່ທີ່ນຸ້ມນວນທຸກຈັງຫວະ ມາພ້ອມກັບເຄື່ອງຈັກ 1.5L 8 Speed CVT 102 ແຮງມ້າ ແລະ ຈຸດເດັ່ນອີກຫຼາກຫຼາຍຈຸດເຊັ່ນ: ພວງກະແຈອັດສະລິຍະ ຕິດຈັກຈາກໄລຍະໄກເຖິງ 100 ແມັດ,ໂຄງສ້າງໂຕລົດສະຖາປັດຕະຍະກຳ BMA ຫຼື B-segment Modular Architecture ເຊິ່ງໃຊ້ເວລາຫຼາຍກວ່າ 4 ປີ ໃນການຮ່ວມພັດທະນາວາງ layout ກັບ Volvo, ໂຕລົດມີຂະໜາດກວ້າງກວ່າລຸ້ນດຽວກັນ, ມີໜ້າຈໍສຳຜັດຂະໜາດ 8 ນິ້ວ ພ້ອມເຊື່ອມຕໍ່ WIFI ກັບໂທລະສັບຂຶ້ນໜ້າຈໍໂດຍບໍ່ຕ້ອງໃຊ້ສາຍ, ມີກ້ອງຖອຍລະດັບຄວາມຄົມຊັດ HD, ເຊັນເຊີຫຼັງ, ຖົງລົມນິລະໄພ 6 ຈຸດ, ຕາໄຟທ້າຍ ມີຮູບແບບການກະພີບ 3 ຮູບແບບ. ພິເສດ ສະເພາະລົດລຸ້ນນີ້ ປະຕູຫຼັງສາມາດເປີດໂອໂຕ ຂຶ້ນເອງທັນທີເມື່ອໄປຢືນໃກ້ໆ 3 ວິນາທີ.
- 313940398 118655704368054 2943756482147866617 n - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
ລຸ້ນທີ່ 2 ແມ່ນ ລົດໄຟຟ້າ Geometry C ຈະເປັນລົດພະລັງງານໄຟຟ້າ 100% ສາກເຕັມໜຶ່ງຄັ້ງໄປໄດ້ 550Km ມາດຕະຖານ NEDC. Geometry C ມີນິຍາມ ທີ່ສືບທອດແຟຊັນ ທີ່ເນັ້ນການອອກແບບຕາມຫຼັກເລຂາຄະນິດ. ມາພ້ອມກັບນະວັດຕະກຳທີ່ທັນສະໄໝ ແລະ ຟັງຊັນຄວາມປອດໄພລະດັບສູງສຸດ ບໍ່ວ່າຈະເປັນລະບົບກູ້ດຶງພະລັງງານກັບມາໃຊ້ງານຄືນ ຫຼື ໂມດຂັບຂີ່ສຸກເສີນ Eco+ ທີ່ຈະຊ່ວຍໃຫ້ເພີ່ມໄລຍະທາງໄປໄດ້ໄກຂຶ້ນອີກ 8% ແລະ ອື່ນໆ.
ສໍາລັບລົດ GEELY ແມ່ນລົດສັນຊາດຈີນທີ່ໄດ້ປະສົມປະສານ ແລະ ຖ່າຍທອດເຕັກໂນໂລຊີ ຈາກລົດ ຍີ່ຫໍ້ Volvo ທີ່ມີຊື່ສຽງໃນລະດັບໂລກ (ຈາກປະເທດສະວີເດັນ) ຕັ້ງແຕ່ປີ 2010 ແລະ ເປັນລົດສັດຊາດຈີນລຸ້ນທຳອິດ ແລະ ລຸ້ນດຽວທີ່ ບັນລຸຍອດຂາຍທົ່ວໂລກ ໄດ້ຫຼາຍກວ່າ 10 ລ້ານຄັນ ໃນປີ 2020.
- 314007383 118655737701384 2545225099740655475 n - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
ນອກຈາກນີ້, ບໍລິສັດມະນີຍົມ ກຣຸບ ຍັງນໍາເຂົ້າລົດຈາກ General Motor ເຊັ່ນ: Chevrolet ແລະ Cadillac ນັບແຕ່ປີ 2012. ອຸປະກອນໜັກ ແລະ ລົດບັນທຸກປະເພດຕ່າງໆ (Heavy Equipment & Truck) ຫຼາຍຍີ່ຫໍ້ຈາກ ສ.ເກົາຫຼີ ເຊັ່ນ: Hyundai, Daewoo, Soosan ແລະ ຈາກ ສປ ຈີນ ເຊັ່ນ: Shantui, Tongly, Shacman ແລະ ອື່ນໆ ເປັນຕົ້ນ…..
ທ່ານປະທານ ສຸກສະໝອນ ສີຫາເທບ ຍັງໄດ້ກ່າວຕື່ມວ່າ: ພວກເຮົາມີຄວາມໝັ້ນໃຈເປັນຢ່າງຍິ່ງວ່າ ລົດທັງ 2 ລຸ້ນ ທີ່ເປີດໂຕໃໝ່ໃນຄັ້ງນີ້ ແລະ ໂຊລູມ-ສູນບໍລິການກີລີ ລາວ ຈະສາມາດຕອບສະໜອງຄວາມຕ້ອງການ ແລະ ໃຫ້ທ່ານໄດ້ພົບກັບປະສົບການທີ່ເກີນຄວາມຄາດຫວັງຂອງທ່ານ. ເພື່ອອຳນວຍຄວາມສະດວກແກ່ລູກຄ້າແບບຄົບວົງຈອນດ້ວຍມາດຕະຖານດຽວກັນໃນທົ່ວປະເທດ, ກີລີ ລາວ ມີແຜ່ນທີ່ຈະຂະຫຍາຍສາຂາ ໄປທາງພາກໃຕ້ໃນໄວໆນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນຳເອົາຜະລິດຕະພັນທີດີທີ່ສຸດ ແລະ ເປັນທີ່ເໝາະສົມກັບສະພາບປະເທດເຮົາຫລາຍທີ່ສຸດ ມາໃຫ້ກັບພີ່ນ້ອງຊາວລາວທຸກໆທ່ານ ຂໍໃຫ້ທ່ານເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນກີລີລາວ.
- lattana banner - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
- lattana banner 1 - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
-    AD conten website - ເປີດໂຕສູນບໍລິການກີລີລາວຄົບວົງຈອນ ຢ່າງເປັນທາງການ ພ້ອມເປີດໂຕ ລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C
error: Alert: ເນື້ອຫາຂ່າວມີລິຂະສິດ !!