ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ

- 339 - ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ
- kitchen vibe - ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ

ວັນທີ 4 ພະຈິກ 2022 ນີ້, ທ່ານ ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນໍາວຽກງານຕໍາຫລວດ ລາຍງານວ່າ: ພາຍຫລັງໄດ້ຮັບແຈ້ງຄວາມຈາກອົງການປົກຄອງບ້ານ ໃນວັນທີ 15 ຕຸລາ 2022 ຜ່ານມາ ວ່າມີຄົນເຂົ້າມາລັກຕັດສາຍໄຟຢູ່ສະຖານີໄຟຟ້າໂຄກສະອາດ, ກອງບັນຊາການ ປກສ ເມືອງຈຶ່ງມອບໃຫ້ເຈົ້າໜ້າທີ່ວິຊາສະເພາະ ລົງສົມທົບກັບພາກສ່ວນກ່ຽວຂ້ອງກວດກາສະຖານທີ່ເກີດເຫດ, ພ້ອມທັງຂຶ້ນບັນຊີຄັດຈ້ອນເປົ້າ ໝາຍຈົນສາມາດຈັບຕົວເປົ້າໝາຍໄດ້ໃນວັນດຽວກັນ ຊື່ ທ້າວ ຊຽງທອນ ອາຍຸ 25 ປີ ກຳມະກອນ ພັກເຊົາຢູ່ບ້ານ ໂຄກນ້ອຍ ເມືອງໄຊທານີ, ຜູ້ກ່ຽວໄດ້ມີການພົວພັນຢາເສບຕິດ (ຢາບ້າ ແລະ ເຄື່ອນໄຫວລັກຊັບ ເຊິ່ງໄດ້ເຂົ້າມາລັກຕັດສາຍໄຟຢູ່ສະຖານີໄຟຟ້າ ໂຄກສະອາດແລ້ວ 3 ຄັ້ງ; ລວມນໍ້າໜັກຂອງສາຍໄຟຟ້າທີ່ ເຂົ້າໄປລັກຕັດຈໍານວນ 3 ຄັ້ງປະມານ 60 ກິໂລ, ແລ້ວນຳໄປຂາຍໃຫ້ຮ້ານຂາຍເຫລັກເສດທົ່ວໄປ ແລະ ເງິນໄປໃຊ້ຈ່າຍຫລິ້ນກິນຟູມເຟືອຍ ພ້ອມທັງຊື້ຢາບ້າເສບຈົນໝົດ.

- 4924 - ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ

- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ

ນອກນີ້, ໃນວັນທີ 13 ຕຸລາ 2022 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກການຈັດຕັ້ງບ້ານວ່າ: ມີຄົນຮ້າຍລັກຕັດສາຍໄຟຢູ່ເສັ້ນທາງລົດໄຟ ເຂດບ້ານນາແຄ ເມືອງໄຊທານີ ເຈົ້າໜ້າທີ່ຈຶ່ງລົງກວດກາສະຖານທີ່ເກີດເຫດ ສາມາດຈັບຕົວຄົນຮ້າຍ ຊື່ ທ້າວ ອ໋ອດ ຫລື ເຕ້ຍ ອາຍຸ 40 ປີ ກຳມະກອນພັກເຊົາຢູ່ບ້ານດົງສ້າງຫີນ ເມືອງໄຊທານີ; ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າເຄີຍລັກຕັດສາຍໄຟຢູ່ທາງລົດໄຟມາແລ້ວ 2 ຄັ້ງ ແລະ ນຳໄປຂາຍໄດ້ເງິນມາໃຊ້ຈ່າຍຫລິ້ນກິນຟູມເຟືອຍ.

- 363 1024x683 - ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ກໍາລັງເລັ່ງຕິດຕາມຈັບຕົວຜູ້ຮ່ວມຂະບວນການດຽວກັນອີກໜຶ່ງຄົນທີ່ເອົາຕົວຫລົບໜີມາດໍາເນີນຄະດີຕາມລະບຽບກົດໝາຍ.

 

- 3 - ປກສ ເມືອງໄຊທານີ ຈັບຄົນຮ້າຍລັກຕັດສາຍໄຟຢູ່ສະຖານີໄຟຟ້າ 2 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!