10 ເລື່ອງທີ່ບໍ່ຈໍາເປັນຕ້ອງຮູ້ສຶກຜິດ
ຮູ້ ຫລື ບໍ່ວ່າ ສິ່ງໜຶ່ງທີ່ລົບກວນຈິດໃຈຂອງເຮົາໃຫ້ວຸ້ນວາຍ, ຄຽດ ແລະ ເສົ້າ ບາງທີກໍມາຈາກຄວາມຄາດຫວັງຂອງສັງຄົມ ເຊິ່ງບາງຢ່າງອາດເປັນສິ່ງທີ່ເຮົາເຮັດແລ້ວບໍ່ສະບາຍໃຈ ບໍ່ສະດວກໃຈ ແຕ່ທຸກເທື່ອທີ່ປະຕິເສດ ສິ່ງເຫລົ່ານັ້ນກໍຈະພາໃຫ້ເຮົາຮູ້ສຶກຜິດຕໍ່ກັບຕົວເອງໃນພາຍຫລັງ ຈົນເກີດເປັນຄວາມຄຽດ, ບໍ່ສະບາຍໃຈ ແລະ ບໍ່ເປັນຕົວຂອງຕົວເອງ ເຊິ່ງຄວາມຈິງແລ້ວ ຄົນເຮົາມີສິດທີ່ຈະເຮັດຕາມໃຈຕົວເອງໃນສິ່ງທີ່ຖືກຕ້ອງ ແລະ ບໍ່ເດືອດຮ້ອນໃຜເຖິງວ່າຄົນອ້ອມຂ້າງຈະຄາດຫວັງໃນຕົວເຮົາ ແລະ ຕ້ອງການໃຫ້ເຮົາເຮັດບາງສິ່ງບາງຢ່າງໃນລັກສະນະດຽວກັນ ແຕ່ຂໍໃຫ້ຮູ້ໄວ້ວ່າທ່ານມີອິດສະຫລະທີ່ຈະເປັນຕົວຂອງຕົວເອງ, ມີອິດສະຫລະທີ່ຈະເລືອກ ຫລື ຕັດສິນໃຈດເ້ວຍຕົວເອງ, ດັ່ງນັ້ນ,ບໍ່ຕ້ອງຮູ້ສຶກຜິດກັບສິ່ງທີ່ເຮົາບໍ່ຕ້ອງການຈະເຮັດ ຫລື ເຂົ້າຮ່ວມ ດັ່ງ 10 ເລື່ອງທີ່ເຮົາບໍ່ຈໍາເປັນຕ້ອງຮູ້ສຶກຜິດເຫລົ່ານີ້:
- ການມັກຢູ່ຄົນດຽວ
- ເລືອກເມນູທີ່ຕົເອງຢາກກິນ
- ບໍ່ຮັບໂທລະສັບເລື່ອງວຽກໃນມື້ພັກ
- ການທີ່ເຮົາຍັງບໍ່ແຕ່ງດອງ ຫລື ຍັງບໍ່ມີລູກ
- ການປະຕິເສດໃນສິ່ງທີ່ບໍ່ຢາກເຮັດ
- ຊື້ສິ່ງຂອງທີ່ຕົນເອງຢາກໄດ້
- ອະນຸຍາດໃຫ້ຕົວເອງໄດ້ພັກ
- ເລືອກເຮັດໃນສິ່ງທີ່ຖືກຕ້ອງ
- ການເວົ້າຄວາມຈິງທີ່ອາດບໍ່ຖືກໃຈຄົນອື່ນ
- ການເປັນຄົນໂສດ
ອ້າງອີງ:
https://www.lifehack.org/articles/communication/20-things-you-should-stop-feeling-guilty-about.html