ລົດໄຟໂດຍສານກຸງໂຊ ປະເທດເກົາຫລີໃຕ້ ຕົກລາງ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 30 ຄົນ

- WhatsApp Image 2022 11 07 at 10 - ລົດໄຟໂດຍສານກຸງໂຊ ປະເທດເກົາຫລີໃຕ້ ຕົກລາງ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 30 ຄົນ
- kitchen vibe - ລົດໄຟໂດຍສານກຸງໂຊ ປະເທດເກົາຫລີໃຕ້ ຕົກລາງ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 30 ຄົນ

 

ເວັບໄຊຂ່າວຢອນຮັບ ຂອງເກົາຫລີໃຕ້ ລາຍງານໃຫ້ຮູ້ວ່າ: ວັນທີ 6 ພະຈິກ 2022 ທີ່ຜ່ານມາ ລົດໄຟໂດຍສານ ມູກຸງຮວາ ຂອງບໍລິສັດການລົດໄຟ ໂຄເຣວ (Korea Railroad Corp – KORAIL) ພ້ອມຜູ້ໂດຍສານ 275 ຄົນ ປະສົບອຸບັດເຫດ ຕົກລາງກາງທາງ ຂະນະທີ່ລົດໄຟຂະບວນນີ້ກຳລັງແລ່ນເຂົ້າສູ່ສະຖານີ ຍອງດຶງໂພ ໃນກຸງໂຊ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍປະມານ 30 ຄົນ.

- Visit Laos Visit SALANA BOUTIQUE HOTEL - ລົດໄຟໂດຍສານກຸງໂຊ ປະເທດເກົາຫລີໃຕ້ ຕົກລາງ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 30 ຄົນ

ລາຍງານລະບຸວ່າ: ຂະນະເກີດເຫດເປັນເວລາປະມານ 20:15 ນາທີ ຂອງຄືນວັນທີ 6 ພະຈິກ 2022 ຕາມເວລາທ້ອງຖິ່ນໃນເກົາຫລີໃຕ້ ໂດຍລົດໄຟຂະບວນນີ້ມາຈາກສະຖານນີຍອງຊານ ມຸງໜ້າໄປ ສະຖານີ ເມືອງອິກຊານ ໃນແຂວງ ຊ໋ອສລາເໜືອ ຫ່າງຈາກກຸງໂຊໄປທາງໃຕ້ປະມານ 180 ກິໂລແມັດ, ທາງບໍລິສັດການລົດໄຟລະບຸວ່າ ອຸບັດເຫດທີ່ເກີດຂຶ້ນເຮັດໃຫ້ການບໍລິການຫລ້າຊ້າໄປກວ່າ 1 ຊົ່ວໂມງ ແລະ ຜູ້ຊ່ຽວຊານກຳລັງເລັ່ງກວດສອບຫາສາເຫດທີ່ເກີດຂຶ້ນ.

 

- 3 - ລົດໄຟໂດຍສານກຸງໂຊ ປະເທດເກົາຫລີໃຕ້ ຕົກລາງ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 30 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!