ເຈົ້າໜ້າທີ່ພາສີຂົວມິດຕະພາບ I ນະຄອນຫລວງວຽງຈັນ ຢຶດສານເສບຕິດຢາບ້າ ແລະ ປືນສັ້ນ ທີ່ນໍາເຂົ້າ ສປປ ລາວ

ກະຊວງການເງິນ ລາຍງານຕາມການເປີດເຜີຍຂອງທ່ານ ສຸກສະຫວັນ ບົວພາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ວ່າ: ເວລາ 16:00 ໂມງວັນທີ 5 ພະຈິກ 2022, ເຈົ້າໜ້າທີ່ພາສີປະຈໍາການຢູ່ຈຸດກວດ ກາພາຫະນະຂາເຂົ້າ ໄດ້ຂໍອະນຸຍາດກວດກາລົດເກັງຍີ່ຫໍ້ CHEVROLET ສີດໍາ ໝາຍເລກທະບຽນ ໜສ 6355 ກຸງເທບ ພາຍຫລັງຜູ້ກ່ຽວແຈ້ງໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕໍາຫລວດ ຕມ ປະຈໍາດ່ານ. ຜ່ານການກວດກາພາຫະນະຄັນດັ່ງກ່າວ ໄດ້ພົບຊິ້ນສ່ວນອາວຸດເສິກ 1 ກະບອກທີ່ຍັງບໍ່ໄດ້ປະກອບເປັນປືນ ແລະ ໂດຣນຖ່າຍພາບທາງອາກາດ 1 ຊຸດ.
ຜ່ານການສອບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວໃຫ້ການວ່າ: ອຸປະກອນດັ່ງກ່າວຊື້ຈາກເວບໄຊ໌ ແຕ່ລືມເອົາລົງຈາກລົດ ແລະ ຈຸດປະສົງເຂົ້າມາ ສປປ ລາວ ເພື່ອເອົາເຄື່ອງມືການແພດມາສົ່ງໂຮງໝໍ. ແນວໃດກໍດີ, ຜູ້ຂັບຂີ່ລົດທີ່ນໍາເຂົ້າອາວຸດເສິກ (ປືນສັ້ນ) ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫລວດ ຕມ ປະຈໍາດ່ານແລ້ວ, ສ່ວນພາຫະນະນໍາໃຊ້ເພື່ອການກະທໍາຜິດ ແລະ ໂດຣນຖ່າຍພາບທາງອາກາດ 1 ຊຸດ, ເຈົ້າໜ້າທີ່ພາສີໄດ້ຮັກສາໄວ້ຊົ່ວຄາວຢູ່ດ່ານພາສີສາກົນຂົວມິດຕະພາບ I ເພື່ອດຳເນີນມາຕາດຕະການທາງພາສີ.
ປືນສັ້ນທີ່ນໍາເຂົ້າມາເປັນປະເພດສິນຄ້າເກືອດຫ້າມ(ອາວຸດເສິກ) ແລະ ຄວບຄຸມຂອງຂະແໜງການທີ່ກ່ຽວ ຂ້ອງເປັນການລະເມີດຕໍ່ກົດຫໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2020 ມາດຕາ 57/58 ແລະ ກົດໝາຍອື່ນໆທີ່ຕິດພັນ.
ເວລາ 17:12 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ພາສີປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າດ່ານ ພາ ສີສາກົນຂົວມິດຕະພາບ I ໄດ້ຂໍອະນຸຍາດກວດກະເປົາຜູ້ໂດຍສານທີ່ໜ້າສົງໄສ ແລະ ຜ່ານການກວດກາຕົວຈິງພົບວັດຖຸເປັນເມັດນ້ອຍສີຂາວທີ່ເຊື່ອງຢູ່ຫໍ່ຊາ 4 ຫໍ່ ແລະ ປະເພດຢາເມັດ 11 ກັບ/6 ເມັດລວມທັງໝົດ 66 ເມັດ. ຈາກນັ້ນ, ເຈົ້າໜ້າທີ່ພາສີໄດ້ອາຍັດເຄື່ອງດັ່ງກ່າວໄວ້ຊົ່ວຄາວ ແລະ ໃນວັນທີ 8 ພະຈິກ 2022 ກໍໄດ້ພິສູດຜ່ານເຄື່ອງກວດສານເຄມີ ພົບວ່າ: ສິນຄ້າ, ເຄື່ອງຂອງ (ສານສີຂາວ) 4 ຫໍ່, ໜັກ 4 ກິໂລກຣາມ ເປັນສານ ketamine (ສານຢາບ້າ) ແລະ ຢາ 11 ກັບລວມ 66 ເມັດ ເປັນຢາ Viagra ( ຢາກະຕຸ້ນທາງເພດ). ການນໍາເຂົ້າສິນຄ້າເຄື່ອງຂອງດັ່ງກ່າວ ເປັນການລະເມີດຕາມມາດຕາ 57/58 ຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020.