ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ

- Untitled 1 copy 11 - ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ
- kitchen vibe - ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ

ລັດວິສາຫະກິດຫວຍພັດທະນາລາວໄດ້ກໍານົດເອົາທຸກໆວັນພຸດຂອງອາທິດເປັນມື້ອອກຫວຍພັດທະນາ ຕາມແຈ້ງການຂອງລັດຖະບານໃຫ້ຫລຸດຜ່ອນການອອກເລກຈາກ 2 ຄັ້ງມາເປັນ 1 ຄັ້ງຕໍ່ອາທິດ. ສ່ວນໂມງເວລາການອອກຫວຍແມ່ນຍັງປະຕິບັດຄືເກົ່າ ຄື: ຫວຍເລກ 2 ແລະ 3 ໂຕປິດເວລາ 20:00 ໂມງ ແລະ ຫວຍຕໍາລາຝັນປິດເວລາ 20:15 ໂມງ ແລະ ຈະເລີ່ມປະຕິບັດແຕ່ວັນທີ 30 ສິງຫານີ້ເປັນຕົ້ນໄປ, ພ້ອມທັງຈະຮັບປະກັນໃຫ້ມີຄວາມໂປ່ງໃສເປັນເລີດ.

ໃນແຈ້ງການລັດຖະບານຍັງໄດ້ສັ່ງໃຫ້ຢຸດເຊົາການເຄື່ອນໄຫວຂອງຫວຍທວາຍຜົນບານ ແລະ ຫວຍເອສເອັມເອສ. ສໍາລັບຜະລິດຕະພັນຫວຍທີ່ໄດ້ຮັບອະນຸຍາດແລ້ວແຕ່ບໍ່ທັນໄດ້ເຄື່ອນໄຫວ ເຊັ່ນ: ຫວຍບິງໂກ້, ຫວຍໂລໂຕ ແມ່ນໃຫ້ຍົກເລິກໃບອະນຸຍາດ, ສ່ວນຫວຍຂູດແມ່ນໃຫ້ສືບຕໍ່ຈໍາໜ່າຍສະເພາະຈໍານວນທີ່ໄດ້ພີມຕົວຈິງ, ທັງຈໍາກັດສະຖານທີ່ຈໍາໜ່າຍ ແລະ ປະລິມານລົງໃຫ້ເໝາະສົມ ແລະ ຫ້າມນໍາເອົາຫວຍເຖື່ອນຈາກຕ່າງປະເທດມາຈໍາໜ່າຍຢູ່ ສປປ ລາວ ເດັດຂາດ.  ແນວໃດກໍຕາມ, ພາຍຫລັງມີແຈ້ງການຂອງລັດຖະບານຄືດັ່ງກ່າວອອກມາ, ປາກົດວ່າຢູ່ໃນສື່ສັງຄົມອອນລາຍເປັນຕົ້ນ: ເຟສບຸກ ກໍມີປະຊາຊົນໄດ້ສະແດງຄວາມຊົມເຊີຍຢ່າງຫລວງຫລາຍ, ເພາະນອກຈາກຈະຊ່ວຍຫລຸດຜ່ອນລາຍຈ່າຍຂອງປະຊາຊົນແລ້ວ, ຍັງເປັນຊ່ອງທາງໜຶ່ງຂອງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຂອງສັງຄົມອີກດ້ວຍ.

- Visit Laos Visit SALANA BOUTIQUE HOTEL - ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ
- 3 - ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ
- 4 - ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ
- 5 - ວິສາຫະກິດຫວຍພັດທະນາກໍານົດເອົາວັນພຸດເປັນມື້ອອກຫວຍ