ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ

- Dtbezn3nNUxytg04aoatr3k978bfMEHtpuEtlp5rkAg7zV - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ
- kitchen vibe - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ວັນທີ 14 ພະຈິກ 2022 ທີ່ຜ່ານມາ, ສານປະຕິວັດໃນນະຄອນເຕຫະຣານ ປະເທດອີຣານ ຕັດສິນວ່າ ມີຈຳເລີຍຄົນໜຶ່ງມີຄວາມຜິດໃນຂໍ້ຫາ ເປັນປໍລະປັກຕໍ່ພະຜູ້ເປັນເຈົ້າ ມີຄວາມກ່ຽວຂ້ອງກັບເຫດປະທ້ວງຈູດໄຟເຜົາສູນຣາຊະການ ແລະ ທຳລາຍຄວາມສະຫງົບສຸກຂອງສາທາລະນະ ກໍ່ອາດຊະຍາກຳຕໍ່ຕ້ານຄວາມໝັ້ນຄົງຂອງຊາດ ຕ້ອງຮັບໂທດປະຫານຊີວິດ ໂດຍເຂົາເປັນຜູ້ປະທ້ວງຄົນທຳອິດທີ່ຖືກກຸມຕົວມາດຳເນີນຄະດີ ແລະ ໄດ້ຮັບໂທດປະຫານຊີວິດ ນັບຕັ້ງແຕ່ມີການປະທ້ວງຄັ້ງຮຸນແຮງ ໃນເດືອນກັນຍາທີ່ຜ່ານມາ.

ນອກນັ້ນຍັງມີຜູ້ປະທ້ວງອີກ 5 ຄົນ ຖືກຕັດສິນຈຳຄຸກລະຫວ່າງ 5-10 ປີ ໃນຂໍ້ຫາດຽວກັນ, ທັງນີ້ ສະຖານະການໃນອີຣານຍັງມີຄວາມວຸ້ນວາຍຈາກການປະທ້ວງໃນຫລາຍເມືອງທົ່ວປະເທດທີ່ດຳເນີນມາເປັນເວລາຫລາຍອາທິດ ຫລັງການເສຍຊີວິດຢ່າງມີເງື່ອນງຳຂອງ ມາຊາ ອາມິນິ ເດັກຍິງ ອາຍຸ 22 ປີ ພາຍໃຕ້ການຄວບຄຸມຕົວຂອງຕຳຫລວດ ໃນເດືອນກັນຍາ 2022 ເຊິ່ງບັນດາຜູ້ປະທ້ວງເຊື່ອວ່ານາງ ເສຍຊີວິດຈາກການຖືກທໍລະມານ ທຳຮ້າຍຮ່າງກາຍໃນຄຸກ

- Visit Laos Visit SALANA BOUTIQUE HOTEL - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ
- Visit Laos Visit SALANA BOUTIQUE HOTEL - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ
- 5 - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ
- 4 - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ
- 3 - ສານອີຣານ ສັ່ງປະຫານຊີວິດຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການປະທ້ວງ ເປັນຄົນທຳອິດ