ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ເປີດຂຶ້ນຢ່າງເປັນທາງການ ເນັ້ນ 3 ເນື້ອໃນສຳຄັນ


ວັນທີ 17 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນຢ່າງເປັນທາງການໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ບັນດາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິ ການສູນກາງພັກ, ກຳມະການສູນກາງພັກ, ຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ສະຫາຍ ບຸນທອງ ຈິດມະນີ ກ່າວວ່າ: ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ນີ້ ດຳເນີນພາຍໃຕ້ຄຳຂວັນ: “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່” ຊຶ່ງກອງປະຊຸມຈະສຸມໃສ່ບັນດາເນື້ອໃນສຳຄັນດັ່ງນີ້:
1. ສະຫລຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະແຕ່ກອງປະຊຸມວຽກງານການ ເມືອງ-ແນວຄິດ ຄັ້ງທີ IV (2003) ຜ່ານມາ ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ.
2. ປະກອບຄວາມຄິດຄວາມເຫັນຕໍ່ເນື້ອໃນຂອງກອງປະຊຸມຕາມຫົວຂໍ້ຕ່າງໆ ແລະ ຕາມການເຈາະຈີິ້ມຂອງປະທານກອງປະຊຸມບົນພື້ນຖານບົດລາຍງານລວມທີ່ໄດ້ສະເໜີຕໍ່ກອງປະຊຸມ ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ໜ້າແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ.
3. ຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຊຶ່ງຈະກາຍເປັນທິດ ນໍາໃຫ້ແກ່ການນຳພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກໃຫ້ຫັນເຂົ້າສູ່ຄຸນນະ ພາບໃໝ່, ເວົ້າລວມເນື້ອໃນພື້ນຖານຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ຊຶ່ງພັກເຮົາຖືວ່າ “ວຽກງານການເມືອງ-ແນວຄິດເປັນວຽກງານກົກໃນການກໍ່ສ້າງປັບປຸງພັກ, ເປັນປັດໄຈ 4 ສຳຄັນຮັບປະກັນສະ ຖຽນລະພາບທາງການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ”. ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງກົມການເມືອງສູນກາງພັກ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງນີ້ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນກໍຄືພະນັກງານ, ສະມາຊິກພັກແຕ່ລະ ສະຫາຍ ຕໍ່ການເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ, ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່.


ສະຫາຍ ບຸນທອງ ກ່າວຕື່ມວ່າ: ກອງປະຊຸມທີ່ຈະດໍາເນີນເປັນເວລາ 2 ວັນ, ຕ້ອງຍົກສູງຄວາມຮັບຜິດ ຊອບຄົ້ນຄວ້າປະກອບຄວາມຄິດ-ຄວາມເຫັນຕໍ່ເນື້ອໃນຂອງກອງປະຊຸມໃຫ້ເລິກເຊິ່ງ, ສ່ອງແສງໃຫ້ເຫັນຄວາມເປັນຈິງຂອງສະພາບວຽກງານການເມືອງ-ແນວຄິດທີ່ພວກເຮົາໄດ້ປະຕິບັດຜ່ານມາອັນໃດເຮັດໄດ້, ອັນໃດຍັງຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງສະເໜີຄວາມຄິດເຫັນຕໍ່ທິດທາງ, ຄາດໝາຍ, ວິທີການ ແລະ ມາດຕະການທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າບົນຈິດໃຈບຸກທະລຸດ້ານຈິນຕະນາ ການໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.