ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ

- Handover1 e1668668736879 - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ
- kitchen vibe - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ

ວັນທີ 15 ພະຈິກ 2022 ນີ້, ລັດຖະບານ ສ.ອາເມລິກາ ໄດ້ມອບອຸປະກອນຮັບໃຊ້ວຽກງານດ້ານການບັງຄັບໃຊ້ກົດໝາຍ ແລະ ຄຸ້ມຄອງດ່ານພາສີຊາຍແດນ ໃຫ້ກົມພາສີ ກະຊວງການເງິນ ສປປ ລາວ ໂດຍການມອບ-ຮັບໂດຍ ທ່ານ ປີເຕີ ເຮມ໋ອນ Peter M. Haymond ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ແລະ ທ່ານ ພູຄຳ ວັນນະວົງໄຊ ຫົວໜ້າກົມພາສີ.

ອຸປະກອນຊ່ວຍເຫລືອ ລວມມີ ລົດກະບະ ຂັບເຄື່ອນ 4 ລໍ້ ຈຳນວນ 2 ຄັນ, ເຄື່ອງກວດຈັບສິ່ງຜິດກົດໝາຍ 20 ເຄື່ອງ ທີ່ສາມາດວິເຄາະ ແລະ ໄຈ້ແຍກທາດເຄມີ, ເຄື່ອງກວດຈັບແບບວິດີໂອ  2 ເຄື່ອງ ທີ່ສາມາດກວດກາຕາມຊ່ອງຫວ່າງທີ່ບໍ່ສາມາດເຂົ້າເຖິງໄດ້, ແລະ ແວ່ນ  170 ອັນ ເພື່ອກວດກາຢູ່ກ້ອງລົດ. ສ່ວນລົດກະບະດັ່ງກ່າວ ຈະຖືກນຳໃຊ້ໂດຍເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເພື່ອລາດຕະເວນຢູ່ເຂດຫ່າງໄກສອກຫລີກ ແລະ ສະກັດກັ້ນອາດຊະຍາກຳ, ສ່ວນອຸປະກອນທີ່ຍັງເຫລືອແມ່ນຈະນຳໄປແຈກຢາຍໃຫ້ເຈົ້າໜ້າທີ່ພາສີຢູ່ຈຸດດ່ານຊາຍແດນຕ່າງໆ ເພື່ອຍົກລະດັບການກວດຈັບຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ
- Visit Laos Visit SALANA BOUTIQUE HOTEL - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ

ທ່ານ ເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: “ອຸປະກອນຕ່າງໆ ແລະ ລົດກະບະ ທີ່ ສ.ອາເມລິກາ ມອບໃຫ້ຈະສາມາດຊ່ວຍໃຫ້ເຈົ້າໜ້າທີ່ພາສີລາວ ມີເຄື່ອງມືທີ່ຖືກຕ້ອງເໝາະສົມ ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ດີ ແລະ ສາມາດຕອບສະໜອງຕໍ່ເຫດການອາດຊະຍາກຳໄດ້ຢ່າງວ່ອງໄວ. ເຄື່ອງສະແກນຂ້າມແດນທີ່ທັນສະໄໝທີ່ໃຫ້ສາມາດຄົ້ນຍານພາຫະນະຫາໄດ້ຢ່າງສົມບູນພາຍໃນຫ້ານາທີ.

ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ຢູ່ສະຖານທູດສະຫະລັດອາເມລິກາ ໄດ້ສະໜອງທຶນໃນການຈັດຊື້ ແລະ ມອບອຸປະກອນຕ່າງ ພ້ອມທັງພາຫະນະ ໃຫ້ແກ່ກົມພາສີຂອງລາວ. INL ໄດ້ເຮັດວຽກຢ່າງໃກ້ຊິດກັບອົງການປະຕິບັດກົດໝາຍຂອງລາວ ແລະ ຂະແໜງການຍຸຕິທໍາຕ່າງໆ ກ່ຽວກັບ ອາດຊະຍາກໍາຂ້າມຊາດ ແລະ ບັນຫາກ່ຽວຂ້ອງກັບຍຸຕິທໍາ ລວມມີ ການຄ້າມະນຸດ, ຢາເສບຕິດ, ແລະ ສັດປ່າ, ການຟອກເງິນ, ການລະເມີດສິດທິຊັບສິນທາງປັນຍາ ແລະ ອື່ນໆ.

- 3 - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ
- 4 - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ
- 5 - ລັດຖະບານ ສ.ອາເມລິກາ ມອບອຸປະກອນຮັບໃຊ້ວຽກງານການບັງຄັບໃຊ້ກົດໝາຍ, ການຄຸ້ມຄອງດ່ານພາສີຊາຍແດນໃຫ້ກົມພາສີ