ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

- 3161280 e1668761881309 - ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
- kitchen vibe - ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

ໃນວັນທີ 18 ພະຈິກ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເຊິ່ງນໍາໂດຍສະຫາຍ ພົນເອກ ເລືອງ ເກືອງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 17-19 ພະຈິກ 2022 ນີ້.

ໂອກາດນີ້, ສະຫາຍ ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນເອກ ເລືອງ ເກືອງ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

- 38794 1024x682 - ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

ພ້ອມນີ້, ສະຫາຍ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະຫາຍປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ, ພ້ອມທັງໄດ້ລາຍງານກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ກໍເພື່ອເປັນການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດສອງກອງທັບ ຫວຽດນາມ-ລາວ ໂດຍສະເພາະແມ່ນການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ຫັນເຂົ້າສູ້ລວງເລິກ ແລະ ມີໝາກຜົນຕົວຈິງ.

- 3 - ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!