ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່

- IMG 7450 - ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່
- kitchen vibe - ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່

ໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ວັນທີ 18 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ຄະນະພັກແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ນໍາພາຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃນໄລຍະຜ່ານມາເຊິ່ງເປັນພື້ນຖານສໍາຄັນໃນການຮັບປະກັນສະຖຽນລະພາບ ແລະ ຄວາມໜັກແໜ້ນທາງດ້ານການເມືອງ-ສັງຄົມຢູ່ປະເທດເຮົາ, ພ້ອມທັງເນັ້ນບາງເນື້ອໃນສຳຄັນໃຫ້ຫັນປ່ຽນປະຕິບັດຄື:

ວຽກງານການເມືອງແນວຄິດນັ້ນຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງໃນວຽກງານຂອງພັກເຮົາໃນໄລຍະໃໝ່, ແນວຮົບນີ້ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການເຄື່ອນໄຫວຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນທຸກຊັ້ນຄົນໃນສັງຄົມເໝືອນດັ່ງສາຍເລືອດທີ່ຫລໍ່ລ້ຽງຮ່າງກາຍຂອງຄົນເຮົາ.

- Visit Laos Visit SALANA BOUTIQUE HOTEL - ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່

ຖືວຽກງານການເມືອງ-ແນວຄິດປຽບເໝືອນສະໜາມຮົບແນ່ນອນຕ້ອງເວົ້າເຖິງການຕໍ່ສູ້ ເຊິ່ງແມ່ນການຕໍ່ສູ້ລະຫວ່າງອັນຖືກກັບອັນຜິດຢູ່ໃນກະໂຕສະມາຊິກພັກເຮົາ ເພື່ອໃຫ້ແຕ່ລະຄົນເອົາຊະນະຢູ່ກະໂຕແນວຄິດ ແລະ ການກະທຳຂອງຄົນທີ່ເປັນສະມາຊິກພັກເຮັດໃຫ້ການຕໍ່ສູ້ນີ້ກ້າວໄປເຖິງຈຸດໝາຍທີ່ວ່າ: “ຄວາມຖືກຕ້ອງ, ເປັນທຳນັ້ນຕ້ອງຕີຖອຍແນວຄິດຜິດເຂວອອກໄປ, ສຸດທ້າຍແນວຄິດຖືກຕ້ອງ, ການກະທຳທີ່ຖືກຕ້ອງເອົາຊະນະແນວຄິດບໍ່ຖືກຕ້ອງ ແລະ ຜິດເຂວໃຫ້ໄດ້, ເດັດດ່ຽວບໍ່ປ່ອຍໃຫ້ຄວາມຄິດ ແລະ ການກະທຳທີ່ຜິດເຂວກືນກິນເນື້ອທີ່ ແລະ ຄອບງໍາມັນສະໝອງ ຫລືແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາເປັນອັນຂາດ”.

- IMG 9985 1024x682 - ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່

ມາດຕະການທີ່ກຳຈັດປັດເປົ່າແນວຄິດ ແລະ ການກະທຳທີ່ຜິດພາດອອກຈາກພັກໄດ້ຫລືບໍ່ນັ້ນມັນຂຶ້ນຢູ່ກັບການວາງແນວທາງຂອງພັກທີ່ຖືກຕ້ອງ, ຊັດເຈນຈາກນັ້ນວາງລະບຽບກົດໝາຍ, ຂໍ້ກຳນົດທີ່ເປັນແນວທາງປະຕິບັດໃຫ້ຊັດເຈນ, ສາມາດປະຕິບັດໄດ້ ແລະ ຕ້ອງຊີ້ນຳ, ນຳພາ, ກວດກາ ການປະຕິບັດດ້ວຍການວາງແຜນ, ວາງລະບົບ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໃນນັ້ນໃຫ້ຈັດລຽງບຸລິມະສິດແຕ່ລະແຜນການ, ແຜນງານໃຫ້ຈະແຈ້ງ, ປະຕິບັດເປັນຂັ້ນຕອນ, ເດັດດ່ຽວ, ເຄັ່ງຄັດໃຫ້ຜົນອອກມາເປັນຮູບປະທຳທີ່ສາມາດຈັບຕ້ອງໄດ້.

ຢາກເຮັດວຽກງານການເມືອງ-ແນວຄິດໄດ້ດີ, ສາມາດເອົາຊະນະໃນສະໜາມຮົບນີ້ໄດ້ຢ່າງເປັນຮູບປະທຳ, ກ່ອນອື່ນການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກເຮົາແຕ່ເທິງລົງລຸ່ມຕ້ອງປະຕິບັດຄຳຂວັນທີ່ວ່າ: “ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ” ຫລືເວົ້າງ່າຍໆວ່າ: “ເວົ້າແລ້ວຕ້ອງເຮັດຄືກັບເວົ້າ”, ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ເປັນຮູບປະທຳ, ເຮັດໃຫ້ເກີດດອກອອກຜົນແທ້. ພວກເຮົາຕ້ອງຮັບຮູ້ ແລະ ເຊີດຊູສັດຈະທຳທີ່ວ່າ: ການນຳພາທີ່ດີທີ່ສຸດແມ່ນການນຳພາດ້ວຍຄວາມເປັນແບບຢ່າງ, ອັນນີ້ໝາຍເຖິງຜູ້ນຳພານັ້ນຕ້ອງເປັນແບບຢ່າງທີ່ດີ, ຜູ້ນໍາພານອກຈາກກໍາແໜ້ນແນວທາງ, ນະໂຍບາຍແລ້ວ ຍັງຕ້ອງເປັນຜູ້ມີຄຸນນະທຳ, ເປັນຜູ້ມີວິໄສທັດ ແລະ ເປັນຄົນພາວະວິໄສ, ມີໄຫວພິບ, ຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ຮູ້ຈິດຕະສາດຂອງສັງຄົມລາວ ແລະ ຂອງຄົນລາວ, ຮູ້ຄວາມມຸ່ງມາດປາຖະໜາຂອງປະຊາຊົນເພື່ອດຶງດູດເຕົ້າໂຮມເອົາກຳລັງແຮງຂອງປະຊາຊົນມາຊ່ວຍພັກ, ຊ່ວຍການນຳຢ່າງກວ້າງຂວາງນີ້ຄືຄຳຂວັນທີ່ວ່າ: “ເວົ້າໄປຄຽງຄູ່ກັບເຮັດ, ເຮັດໃຫ້ໄປຄຽງຄູ່ກັບເວົ້າ”. ເຮັດໄດ້ແນວນີ້, ມີຜູ້ນຳພາແບບນີ້ ການເຮັດວຽກງານການເມືອງ-ແນວຄິດຈຶ່ງເຮັດໄດ້ດີ, ເຮັດໄດ້ງ່າຍຂຶ້ນ, ເຮັດໄດ້ຮັບຜົນ, ເຮັດໜ້ອຍໄດ້ຫລາຍ ເພາະປະຊາຊົນເຊື່ອ, ປະຊາຊົນເດີນຕາມ ນີ້ຄືສັດຈະທຳໃນຄວາມເປັນຈິງ.

ຢາກເຮັດໃຫ້ສະໜາມຮົບຂອງວຽກງານການເມືອງແນວຄິດໄດ້ຮັບໄຊຊະນະ, ພັກເຮົາຕ້ອງໄດ້ແກ້ໄຂບັນດາບັນຫາທີ່ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆຕັ້ງຂຶ້ນ ແລະ ມີຄວາມປາຖະໜາຢາກໃຫ້ພັກເຮົາແກ້ໄຂນັ້ນຄື: 1) ແກ້ການສໍ້ລາດບັງຫລວງ; 2) ແກ້ຄວາມບໍ່ດຸ່ນດ່ຽງໃນການພັດທະນາ; 3) ແກ້ຄວາມເຫຼື່ອມລໍ້າຂອງສັງຄົມ ຫລື ເວົ້າຢ່າງໜຶ່ງຮັດແຄບຄວາມແຕກໂຕນ; 4) ແກ້ການຂາດປະສິດທິພາບຂອງກົງຈັກ; ແກ້ບັນຫາກົນໄກຂອງກົງຈັກແຕ່ເທິງລົງລຸ່ມເພື່ອບໍ່ໃຫ້ເປັນກົງຈັກ ແລະ ກົນໄກທີ່ເກະກະ, ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະໄຕ, ກົນໄກທີ່ມີຊ່ອງວ່າງໃຫ້ມີການກວດກາຍາກ, ໃຫ້ຄົນສວຍໃຊ້ເຮັດຜິດໄດ້ງ່າຍ; 5) ແກ້ພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຂາດນໍ້າໃຈຮັບໃຊ້ປະຊາຊົນ, ເປັນອາຍາເຈົ້ານາຍຢູ່ເໜືອປະຊາຊົນ, ບາງຄັ້ງກໍໜີບເຕັງປະຊາຊົນ… ຂອງພະນັກງານ ສະມາຊິກພັກ ຂອງພວກເຮົາຈຳນວນບໍ່ໜ້ອຍ; 6) ແກ້ແນວຄິດຄອງເດີມບໍ່ຢາກປ່ຽນແປງ, ມັກງ່າຍ, ຢູ່ແລ້ວມື້ແລ້ວວັນໄປ, ບໍ່ສົນ, ບໍ່ກ່ຽວນຳຫຍັງເອົາຕຳແໜ່ງມາກອດໄວ້, ບໍ່ຢາກແຕະຕ້ອງໃຜ ເພື່ອເອົາຄະແນນນິຍົມໃຫ້ຕົນ.

- 3 - ເລຂາທິການໃຫຍ່ ເນັ້ນຫລາຍບັນຫາເພື່ອຫັນປ່ຽນວຽກງານການເມືອງ-ແນວຄິດກ້າວສູ່ຄຸນນະພາບໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!